spot_img
Homeຂ່າວຕ່າງປະເທດຜູ້ນຳອາເມລິກາກຽມແຈກເງິນປະຊາຊົນຫວັງກູ້ວິກິດໂຄວິດ-19

ຜູ້ນຳອາເມລິກາກຽມແຈກເງິນປະຊາຊົນຫວັງກູ້ວິກິດໂຄວິດ-19

Published on

ເມື່ອວັນທີ 17 ມີນາ 2020 ນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ໂດນັລ ທຣໍ້າ ປະທານາທິບໍດີສະຫະລັດອາເມລິກາ ພ້ອມກັບທ່ານ ສະຕີເວນ ມະນູຊິນ ລັດຖະມົນຕີກະຊວງການເງິນ ໄດ້ຮ່ວມກັນຖະແຫຼງແຜນການກູ້ວິກິດເສດຖະກິດຈາກຜົນກະທົບຂອງການລະບາດເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19.

ໂດຍມີເນື້ອໃນສຳຄັນວ່າ: ລັດຖະບານກຽມແຈກເງິນໃຫ້ປະຊາຊົນອາເມລິກາ ໃນງົບປະມານ 850,000 ໂດລາ ເພື່ອກະຕຸ້ນເສດຖະກິດ ຫວັງກູ້ວິກິດຈາກຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ໂດຍຈະແຈກເງິນໃນຮູບແບບແຊັກເງິນທີ່ບໍ່ລະບຸຈຳນວນເງິນໃຫ້ກັບປະຊາຊົນ ພາຍໃນ 2 ອາທິດນີ້.

ທັນທີທີ່ຈົບການຖະແຫຼງການດັ່ງກ່າວຫຸ້ນໃນຕະຫຼາດອາເມລິກາເພີ່ມຂຶ້ນຢ່າງຮ້ອນແຮງ ດັດຊະນີດາວໂຈນປັບຕົວຂຶ້ນ 1048.86 ຈຸດ, ດັດຊະນີ S&P 500 ປັບຂຶ້ນ 143.06 ຈຸດ, ສ່ວນດັດຊະນີ Nasdaq ປັບຂຶ້ນ 430.19 ຈຸດ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...