ຜູ້ນຳຣັດເຊຍ ຍອມປະຊຸມສຸດຍອດຮ່ວມກັບຜູ້ນຳສະຫະລັດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສໂກ ປະເທດຣັດເຊຍ ເມື່ອວັນທີ 27 ມິຖຸນາ 2018 ວ່າ ທ່ານ ຢູຣິ ອູຊາຄອຟ ທີ່ປຶກສາ ຝ່າຍນະໂຍບາຍຕ່າງປະເທດຂອງປະທານາທິບໍດີ ຣັດເຊຍ ເປີດເຜີຍພາຍຫຼັງການຫາລືຮ່ວມກັນລະຫວ່າງປະທານາທິບໍດີວາລາດີເມຍ ປູຕິນ ຕົກລົງທີ່ຈະຮ່ວມປະຊຸມສຸດຍອດກັບຜູ້ນຳສະຫະລັດ ປະທານາທິບໍດີ ໂດນັລ ທຣັມ ໃນປະເທດທີສາມ ແຕ່ເລື່ອງສະຖານທີ່ ແລະ ກຳນົດເວລານັ້ນ ຈະມີການຖະແຫຼງໃຫ້ຮູ້ເມື່ອວັນທີ 28 ມິຖຸນາ 2018 (ມື້ນີ້)