Homeຂ່າວຕ່າງປະເທດປະຊຸມສຸດຍອດ "ທຣັມ-ປູຕິນ" ທີ່ຮອລຊິງກິ 16 ກໍລະກົດ2018ນີ້

ປະຊຸມສຸດຍອດ “ທຣັມ-ປູຕິນ” ທີ່ຮອລຊິງກິ 16 ກໍລະກົດ2018ນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 28 ມິຖຸນາ 2018 ວ່າ ທຳນຽບຂາວ ແລະ ທຳນຽບເຄຣມລິນອອກຖະແຫຼງການເມື່ອວັນພະຫັດ ວ່າ ປະທານາທິບໍດີ ໂດນັລ ທຣັມ ແລະ ປະທານາທິບໍດີ ວາລາດິເມຍ ປູຕິນ ມີກຳນົດພົບປະຫາລືກັນທີ່ ນະຄອນເຮລຊິງກິ ໃນວັນທີ 16 ກໍລະກົດ 2018

ທັງນີ້ການເລືອກວັນທີ 16 ກໍລະກົດ 2018 ໃຫ້ເປັນວັນພົບປະຫາລືຮຽກໄດ້ວ່າເປັນຊ່ວງເວລາທີ່ເໝາະສົມ ເນື່ອງຈາກຈະເກີດຂຶ້ນຫຼັງ ທຣັມ ເຂ້າຮ່ວມການປະຊຸມສຸດຍອດຜູ້ນຳປະເທດສະມາຊິກອົງການສົນທິສັນຍາແອດຕິກເໜືອ (ນາໂຕ) ລະຫວ່າງວັນທີ 11-12 ກໍລະກົດ 2018 ທີ່ນະຄອນບຣັສເຊລ ແລະ ການຢຽມຢາມສະກະຣາຊອານາຈັກຢ່າງເປັນທາງການ ແລະ ເປັນການໃຫ້ເວລາກັບປູຕິນໃນການເຂົ້າຮ່ວມພິທີປິດການແຂ່ງຂັນບານໂລກ ໃນວັນທີ 15 ກໍລະກົດ ນີ້ອີກດ້ວຍ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...