ຜູ້ນຳຣັດເຊຍ ກຽມລົງສະໝັກການເລືອກຕັ້ງໃນປີ 2024

0
482

ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 7 ພະຈິກ 2023 ຜ່ານມານີ້ວ່າ: ທ່ານ ວາຣາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ກຽມລົງສະໝັກຮັບເລືອກຕັ້ງປະທານາທິບໍດີສະໄໝໜ້າ ເຊິ່ງຈະມີຂຶ້ນໃນເດືອນ ມີນາ 2024 ເພື່ອນຳພາຣັດເຊຍຜ່ານພົ້ນຊ່ວງເວລາທີ່ອັນຕະລາຍທີ່ສຸດໃນຮອບຫຼາຍ 10 ປີ ການລົງເລືອກຕັ້ງໃນຄັ້ງນີ້ ່ທານ ປູຕິນ ຈະຄອງອຳນາດຕໍ່ໄປຢ່າງໜ້ອຍຈົນຮອດປີ 2030.

ທ່ານ ວາຣາດິເມຍ ປູຕິນ ສາມາດຮວບຮວມຄະແນນສຽງສະໜັບສະໜຸນຈາກກຸ່ມກ້ອນຫຼັກໃນຝ່າຍຄວາມໝັ້ນຄົງ ກອງທັບ ຈົນໄປຮອດສຽງຈາກນອກກຸງມົສກູ ແລະ ຈະມີຄະແນນນິຍົມ 80% ບໍ່ຄ່ອຍມີກະແສສັງຄົມ ທີ່ອອກມາຕໍ່ຕ້ານການຢູ່ໃນອໍນາດຂອງ ທ່ານປູຕິນ ທາງດ້ານໂຄລສົກລັດຖະບານຣັດເຊຍໄດ້ລະບຸວ່າ: ທ່ານ ປູຕິນ ຍັງບໍ່ມີຄວາມເຫັນໃນການລົງເລືອກຕັ້ງ ແລະ ລະບຸອີກວ່າຍັງບໍ່ມີການປະກາດແຜນການດັ່ງກ່າວຢ່າງເປັນທາງການ.

ທີ່ມາ: ໄທລັດ