spot_img
Homeຂ່າວພາຍ​ໃນມີ 1.796 ໂຄງການ ບໍ່ເຫັນຄວນໃຫ້ສືບຕໍ່ກວດກາຕື່ມອີກ

ມີ 1.796 ໂຄງການ ບໍ່ເຫັນຄວນໃຫ້ສືບຕໍ່ກວດກາຕື່ມອີກ

Published on

ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີວິທີແກ້ໄຂບັນດາໂຄງການທີ່ຍັງບໍ່ທັນກວດສອບຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ພະຈິກ 2023 ທີ່ຜ່ານມານີ້ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ຕໍ່ຈໍານວນໂຄງການທີ່ຍັງບໍ່ທັນໄດ້ກວດກາມີ 1.796 ໂຄງການ ບໍ່ເຫັນຄວນໃຫ້ສືບຕໍ່ກວດກາຕື່ມອີກ ເນື່ອງຈາກວ່າ ເປົ້າໝາຍຕົ້ນຕໍຂອງການກວດກາຂອງອົງການກວດກາລັດ ແມ່ນເພື່ອກ້າວເຖິງການຕໍ່ລອງ ເພື່ອຫຼຸດມູນຄ່າໂຄງການ, ແຕ່ໃນຕົວຈິງ ກໍບໍ່ສາມາດຫຼຸດມູນຄ່າໂຄງການລົງໄດ້ ແລະ ບໍ່ກຸ້ມຄ່າກັບການໃຊ້ຈ່າຍໃນການກວດກາ, ຈຶ່ງຄວນມອບໃຫ້ກະຊວງ-ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງໂຄງການສືບຕໍ່ຂຶ້ນແຜນຊໍາລະຕາມໜ້າວຽກທີ່ເຮັດສໍາເລັດຕົວຈິງ.

ທ່ານ ຄໍາພັນ ໄດ້ສະເໜີວິທີແກ້ໄຂຕື່ມວ່າ: ໃຫ້ສືບຕໍ່ແກ້ໄຂຜົນຂອງການກວດກາ ໂດຍສຸມໃສ່ບາງວຽກ ເຊັ່ນ ຫັກລົບມູນຄ່າທີ່ບໍ່ໄດ້ປະຕິບັດອອກຈາກມູນຄ່າລວມຂອງໂຄງການ; ເກັບກູ້ເງິນທີ່ຈ່າຍເກີນໃຫ້ບໍລິສັດ ແລະ ພັນທະອາກອນຕ່າງໆ ທີ່ຍັງຄ້າງຄືນໃຫ້ລັດ ໃຫ້ສໍາເລັດ; ຫຼື ປະກອບເອກະສານສະເໜີມູນຄ່າໂຄງການນອກແຜນ ທີ່ໄດ້ຜ່ານການກວດກາຢັ້ງຢືນມູນຄ່າຕົວຈິງ ແລ້ວໃຫ້ສະພາຮັບ ຮອງເຂົ້າແຜນ ເພື່ອສືບຕໍ່ຊໍາລະ ໃຫ້ບໍລິສັດຮັບເໝົາກໍ່ສ້າງ; ອົງການກວດກາແຫ່ງລັດ ຈະສືບຕໍ່ກວດກາລົງເລິກເຖິງຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ທີ່ໄດ້ຈ່າຍເງິນໃຫ້ບໍລິສັດເກີນມູນຄ່າໜ້າວຽກກໍ່ສ້າງສໍາເລັດຕົວຈິງ ຕາມມະຕິສະພາແຫ່ງຊາດ ເລກທີ 77/ສພຊ ທີ່ຍັງຄ້າງ; ຍ້ອນສາເຫດການຊໍາລະແກ່ຍາວມາຫຼາຍປີ ບວກໃສ່ກັບສະພາບເສດຖະກິດໃນປັດຈຸບັນ ຍິ່ງສົ່ງຜົນກະທົບຕໍ່ຜູ້ປະກອບການເພີ່ມຂຶ້ນຕື່ມອີກ ຊຶ່ງເຫັນຄວນໃຫ້ປະຕິບັດຕາມມູນຄ່າທີ່ໄດ້ຕົກລົງກັນໃນສັນຍາເປັນບ່ອນອີງໃນການຊໍາລະ, ບໍ່ຄວນ ຕໍ່ລອງຫຼຸດລາຄາໂຄງການຕື່ມອີກ.

ແຫຼ່ງຂ່າວ ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...