spot_img
Homeຂ່າວຕ່າງປະເທດຜູ້ນຳຣັດເຊຍສະໜັບສະໜູນ WHO ດ້ານສາທາລະນະສຸກ ແລະ ຮຽກຮ້ອງໃຫ້ຢຸດການຄວໍ້າບາດຝ່າຍດຽວ

ຜູ້ນຳຣັດເຊຍສະໜັບສະໜູນ WHO ດ້ານສາທາລະນະສຸກ ແລະ ຮຽກຮ້ອງໃຫ້ຢຸດການຄວໍ້າບາດຝ່າຍດຽວ

Published on

ປະທານາທິບໍດີ ວາລາດີເມຍ ປູຕິນ ຢືນຢັນໃຫ້ການສະໜັບສະໜຸນຕໍ່ອົງການອານາໄມໂລກ ລວມເຖິງການປະຕິຮູບໜ່ວຍງານ ແລະ ຄວາມຮ່ວມມືດ້ານວັກຊີນປ້ອງກັນໂຄວິດ-19 ຂະນະດຽວກັນ ຜູ້ນຳຣັດເຊຍຮຽກຮ້ອງການຢຸດຕິ “ມາດຕະການຄວໍ້າບາດຝ່າຍດຽວ”.

ເວັບໄຊຂ່າວ dailynews ລາຍງານເມື່ອວັນທີ 22 ກັນຍາ ວ່າ ສະພາແຫ່ງສະຫະປະຊາຊາດ (UNGA) ເຜີຍແຜ່ຄລິບບັນທຶກການກ່າວຖະແຫຼງການຂອງປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳຣັດເຊຍ ເນື່ອງໃນວາລະການປະຊຸມສະໄໝສາມັນຄັ້ງທີ 75 ມີໃຈຄວາມຕອນໜຶ່ງກ່ຽວກັບວິກິດໂຣກລະບາດໂຄວິດ-19 ວ່າ ເປັນໄພຄຸກຄາມທາງສາທາລະນະສຸກທີ່ບໍ່ມີຂອບເຂດ ຄວາມເປັນເອກະພາບ ແລະ ການຍົກລະດັບຄວາມຮ່ວມມືລະຫວ່າງນານາປະເທດ “ໂດຍບໍ່ຄວນມີກຳແພງ”.

ທັງນີ້, ຜູ້ນຳຣັດເຊຍກ່າວວ່າລັດຖະບານຣັດເຊຍໃຫ້ຄວາມນັບຖືຕໍ່ບົດບາດຂອງອົງການອານາໄມໂລກ (WHO) ໃນການເປັນສູນກາງປະສານງານດ້ານສາທາລະນະສຸກລະຫວ່າງປະເທດ ແຕ່ທ່າມກາງສະ ພາບການຂອງສະຖານະການໂລກ ເຊິ່ງປ່ຽນແປງຕາມຍຸກສະໄໝ ການປະຕິຮູບອົງກອນຈຶ່ງມີຄວາມສຳຄັນເຊັ່ນກັນ.

ຂະນະດຽວກັນ, ຣັດເຊຍມຸ່ງໝັ້ນໃນການມີສ່ວນຮ່ວມກັບທຸກພາກສ່ວນ ເພື່ອສົ່ງເສີມມາດຕະການຕອບສະໜອງທີ່ມີປະສິດທິພາບຕໍ່ໂຣກໂຄວິດ-19 ໂດຍຍິນດີ ແລະ ເປີດກ້ວາງການເປັນຫຸ້ນສ່ວນກັບທຸກປະເທດຕໍ່ໂຄງການ “ສະປຸກນິກ ໄຟ” ທີ່ຖືເປັນວັກຊີນຕົວທຳອິດຂອງໂລກ ເຊິ່ງສາມາດຕ້ານທານກັບເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ວັກຊີນນີ້ພັດທະນາໂດຍສຸນວິໄຈກາມາເລຍາ ສຸນລວມຜູ້ຊ່ຽວຊານດ້ານລະບາດວິທະຍາ ແລະ ຈຸລິນຊີຣັດເຊຍ.

ນອກຈາກນີ້, ປູຕິນຍັງກ່າວເຖິງກຳແພງການຄ້າ ມາດຕະການຈຳກັດຕ່າງໆນານາ ແລະ ມາດຕະການຄວໍ້າບາດຝ່າຍດຽວ ເຊິ່ງເກີດຂື້ນຕໍ່ເນື່ອງ ເຖິງທຸກຝ່າຍຈະຮູ້ດີວ່າເປັນນະໂຍບາຍທີ່ຜິດກົດໝາຍ ຫາກບໍ່ມີອຸປະສັກດັ່ງກ່າວ ໂລກທີ່ກຳລັງປະເຊີນໜ້າກັບໂຄວິດ-19 ຈະກັບມາຟື້ນຕົວ ແລະ ເດີນໜ້າຕໍ່ໄປໄດ້ໄວກວ່າທີ່ເປັນຢູ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...