ຜູ້ນຳຕວກກີຢືນຢັນ ບໍ່ສົນໃຈຖ້າອີຢູບໍ່ຮັບເປັນສະມາຊິກ ພ້ອມລະບຸເສຍເວລາກັບເອີຣົບມາຫລາຍແລ້ວ

ສຳນັກຂ່າວເອເຈນຊີ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາຢືນຢັນວ່າ ຕົນເອງຮູ້ສຶກສະບາຍໃຈ ຖ້າຫາກສະຫະພາບເອີຣົບ ຫລື ອີຢູ ປະຕິເສດບໍ່ຮັບເອົາຕວກກີເຂົ້າກຸ່ມ ພ້ອມລະບຸວ່າ ຕວກກີສາມາດຢືນໄດ້ດ້ວຍສອງຂາຂອງຕົນ ແລະ ຕວກກີ ກໍເສຍເວລາກັບເອີຣົບມາຫລາຍແລ້ວ.

ປະທານາທິບໍດີຕວກກີ ກ່າວວ່າ ຖ້າຫາກອີຢູເວົ້າມາແບບກົງໆ ວ່າຈະບໍ່ຮັບຕວກກີເຂົ້າກຸ່ມ ເຮົາກໍຈະໄດ້ສະບາຍໃຈ ແລະ ຫັນໄປເລີ່ມແຜນ B ຫລື ແຜນ C ຕໍ່, ສະຫະພາບເອີຣົບບໍ່ໄດ້ສຳຄັນຕໍ່ເຮົາເຖິງຂະໜາດນັ້ນ ເຮົາຢູ່ໄດ້ສະບາຍ, ຄັ້ງໜຶ່ງຕອນຂ້າພະເຈົ້າເປັນນາຍົກລັດຖະມົນຕີສະໄໝທຳອິດ ຕວກກີໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກກອງປະຊຸມສຸດຍອດຜູ້ນຳອີຢູ ວ່າປະສົບຄວາມສຳເລັດໃນການປະຕິຮູບປະເທດ ແຕ່ມື້ນີ້ອີຢູບໍ່ພຽງແຕ່ບໍ່ເຊີນເຮົາເຂົ້າຮ່ວມກອງປະຊຸມສຸດຍອດອີກແລ້ວ ຫາກຍັງເຮັດໃຫ້ເຮົາເສຍເວລາອີກດ້ວຍ ນີ້ຄືສະຖານະການໃນປັດຈຸບັນ.

ທ່ານ ເອີໂດກັນ ຍັງໄດ້ເວົ້າຖິ້ມທ້າຍອີກວ່າ ຊາວຕວກກີສ່ວນໃຫຍ່ ບໍ່ຕ້ອງການອີຢູອີກແລ້ວ ແລະ ເຊື່ອວ່າພວກເຂົາປະຕິບັດຕໍ່ຕວກກີຢ່າງໄຮ້ຄວາມຈິງໃຈ.

ທັງນີ້ ລັດຖະບານຕວກກີ ພະຍາຍາມທີ່ຈະເຂົ້າເປັນສະມາຊິກຂອງ ສະຫະພາບເອີຣົບ ຫລື ອີຢູ ມາໂດຍຕະຫລອດ, ແຕ່ບັນດາຜູ້ນຳອີຢູເຫັນວ່າ ລັດຖະບານຕວກກີ ພາຍໃຕ້ການນຳຂອງທ່ານ ເອີໂດກັນ ມີການລະເມີດສິດທິມະນຸດ ຈົງໃຈປິດກັ້ນເສລີພາບໃນການສະແດງຄວາມຄິດເຫັນ ສົ່ງຜົນເຮັດໃຫ້ຄວາມປາຖະໜາຂອງຕວກກີ ທີ່ຈະເຂົ້າເປັນສະມາຊິກໃໝ່ຂອງອີຢູ ນັບມື້ນັບມືດມົນ.