Homeຂ່າວການພັດທະນາລາວເລັ່ງທາບທາມຮ່າງກົດໝາຍຈັດຊື້ຂອງລັດ-ຄຸ້ມຄອງໜີ້ສາທາລະນະ

ລາວເລັ່ງທາບທາມຮ່າງກົດໝາຍຈັດຊື້ຂອງລັດ-ຄຸ້ມຄອງໜີ້ສາທາລະນະ

Published on

ກະຊວງການເງິນໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ 2 ສະບັບ: ຮ່າງກົດໝາຍວ່າດ້ວຍ ການຈັດຊື້ຂອງລັດ ແລະ ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະໄດ້ຈັດຂຶ້ນທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງສະຫວັນນະເຂດໃນລະຫວ່າງວັນທີ 10-11 ກໍລະກົດ 2017 ໂດຍມີທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີຄະນະຮັບຜິດຊອບການຄົ້ນຄວ້າ ສ້າງຮ່າງກົດໝາຍທັງ 2 ສະບັບ, ທ່ານຫົວໜ້າຫ້ອງວ່າການ, ຫົວໜ້າພະແນກການເງິນແຂວງ ທັງ 6 ແຂວງຄື: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ອັດຕະປືເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າການທາບທາມຄັ້ງນີ້ແມ່ນການລະດົມແນວຄວາມຄິດຄວາມ ໃສ່ຮ່າງກົດໝາຍທັງສອງສະບັບ ກ່ອນຈະນຳສະເໜີຕໍ່ກອງປະຊຸມລັດຖະບານ ແລະ ກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງ, ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ສະນັ້ນ ກ່ອນອື່ນຕ້ອງໄດ້ມີການທາບທາມຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງນຳທຸກພາກສ່ວນ ເພື່ອເຮັດໃຫ້ຮ່າງນິຕິກຳທີ່ສະເໜີສ້າງ ແລະ ປັບປຸງດັ່ງກ່າວ ມີເນື້ອໃນຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງ, ນອກນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ເຂົ້າຮ່ວມ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ປະກອບຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ ເພື່ອຄວາມເປັນເອກະພາບ ແລະຮັບປະກັນໃຫ້ສອງຮ່າງກົດໝາຍ ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະສອດຄ່ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຂອງ ສ.ປ.ປ ລາວ.
ສຳລັບຮ່າງກົດໝາຍ ວ່າດ້ວຍການຈັດຊື້ຂອງລັດ ປະກອບມີ X ພາກ, ມີ 71 ມາດຕາ, ສ່ວນຮ່າງກົດໝາຍ ວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ປະກອບມີ XIII ພາກ, ມີ 63 ມາດຕາ ໃຫ້ແຕ່ລະພາກສ່ວນໄດ້ຄົ້ນຄວ້າ, ກອງປະຊຸມຄັ້ງນີ້ ຈະໃຊ້ເວລາ 2 ວັນ ຈຶ່ງຈະອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.

 

ແຫລາງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...