Homeຂ່າວຕ່າງປະເທດກຳປູເຈຍລະບຸ 6 ເດືອນຕົ້ນປີນີ້ ສົ່ງອອກເຂົ້າເພີ່ມຂຶ້ນ 7.6% ຈີນຄອງແຊັ້ມເກັບຊື້ລາຍໃຫຍ່

ກຳປູເຈຍລະບຸ 6 ເດືອນຕົ້ນປີນີ້ ສົ່ງອອກເຂົ້າເພີ່ມຂຶ້ນ 7.6% ຈີນຄອງແຊັ້ມເກັບຊື້ລາຍໃຫຍ່

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ ສຳນັກງານບໍລິການດ້ານການສົ່ງອອກເຂົ້າຂອງກຳປູເຈຍ ລະບຸ ພາຍໃນ 6 ເດືອນຕົ້ນປີນີ້ ສາມາດສົ່ງອອກເຂົ້າຂາຍຕ່າງປະເທດໄດ້ແລ້ວ 288,562 ໂຕນ ເພີ່ມຂຶ້ນ 7.6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ຊຶ່ງຕະຫລາດລາຍໃຫຍ່ຍັງຄົງແມ່ນຈີນ ຊຶ່ງມີຍອດການຊື້ເຂົ້າຂອງກຳປູເຈຍກວມ 94,720 ໂຕນ.

ສະມາພັນເຂົ້າກຳປູເຈຍ (CRF) ໄດ້ລະບຸວ່າ ການສົ່ງອອກເຂົ້າປີນີ້ມີການຂະຫຍາຍຕົວເພີ່ມຂຶ້ນ ສະທ້ອນໃຫ້ເຫັນເຖິງການເຕີບໂຕ ໃນສັກກະຍະພາບຂອງປະເທດ ເຖິງແມ່ນຕະຫລາດໂລກຈະມີການແຂ່ງຂັນກັນກໍຕາມ, ສະເພາະປີກາຍນີ້ ກຳປູເຈຍປະສົບກັບສະພາວະແຫ້ງແລ້ງ ແຕ່ກໍຍັງສົ່ງອອກເຂົ້າໄດ້ທັງໝົດ 542,144 ໂຕນ ແລະ ໃນປີນີ້ ຄາດວ່າຈະສາມາດຜະລິດເຂົ້າໄດ້ເຖິງ 1 ລ້ານໂຕນ ເນື່ອງຈາກຝົນຕົກຢ່າງພຽງພໍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...