spot_img
Homeຂ່າວຕ່າງປະເທດຜູ້ນຳຈີນເຂົ້າຢ້ຽມຢາມຣັດເຊຍ ຂະນະດຽວກັນຜູ້ນຳຍີ່ປຸ່ນກໍໄປຢ້ຽມຢາມຢູເຄຣນ

ຜູ້ນຳຈີນເຂົ້າຢ້ຽມຢາມຣັດເຊຍ ຂະນະດຽວກັນຜູ້ນຳຍີ່ປຸ່ນກໍໄປຢ້ຽມຢາມຢູເຄຣນ

Published on

ນີ້ຖືເປັນການຢ້ຽມຢາມຄັ້ງທຳອິດຂອງຜູ້ນຳຈີນທີ່ຢ້ຽມຢາມຣັດເຊຍ ພາຍຫຼັງທີ່ຣັດເຊຍໄດ້ເຮັດສົງຄາມກັບຢູເຄຣນເປັນເວລາ 1 ປີ ການຢ້ຽມຢາມໃນຄັ້ງນີ້ເກີດຂຶ້ນບໍ່ເທົ່າໃດມື້ ພາຍຫຼັງທີ່ສານໂລກແຈ້ງໝາຍຈັບ ປູຕິນ ຜູ້ນຳຣັດເຊຍ.

ໃນວັນທີ 20 ມີນາ 2023 ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໄດ້ເດີນທາງຮອດນະຄອນຫຼວງມົດສະກູ ເມືອງຫຼວງຂອງຣັດເຊຍ ທາງລັດຖະບານຣັດເຊຍໄດ້ສົ່ງຜູ້ແທນມາຕ້ອນຮັບເປັນຢ່າງດີ.

ນີ້ເປັນການຢ້ຽມຢາມຢ່າງເປັນທາງການ ໂດຍຜູ້ນຳຈີນຈະຢູ່ມົດສະກູເວລາ 3 ມື້ ຕັ້ງແຕ່ວັນທີ 20 ຫາ 22 ມີນາ.

ໃນວັນທີ 21 ມີນາ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ເຂົ້າພົບປະກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທັງສອງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາໃນຢູເຄຣນ.

ໂດຍທ່ານ ສີ ຈິ້ນຜິງ ໄດ້ເນັ້ນຍ້ຳເລື່ອງຢູເຄຣນ ການເຈລະຈາເພື່ອສັນຕິພາບ ແລະ ການຕໍ່ຕ້ານການເພີ່ມທະວີຄວາມຮຸນແຮງໃນສົງຄາມ ໂດຍສະແດງຄວາມເຫັນວ່າ ຄວາມຂັດແຍ່ງຕ້ອງຢຸດຕິດ້ວຍການເຈລະຈາ, ທ່ານ ວະລາດິເມຍ ປູຕິນ ກໍໄດ້ຍ້ອງຍໍຈີນ ທີ່ສະໜັບສະໜູນໃນຄວາມເປັນກາງ ມີວັດຖຸປະສົງເພື່ອຄວາມເປັນເອກະພາບ ແລະ ຍຸດຕິທຳທັງສອງຝ່າຍ.

ໃນມື້ດຽວກັນ ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ກໍໄດ້ເດີນທາງໄປເມືອງຄຽບ ເພື່ອຫາລືກັບ ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ເຊິ່ງກົງກັບມື້ທີ່ ຜູ້ນຳຈີນ ແລະ ຣັດເຊຍ ໄດ້ປຶກສາຫາລືກັນ.

ທ່ານ ຟູມິໂອະ ຄິຊິດະ ໄດ້ກ່າວວ່າ: ສະແດງຄວາມເຄົາລົບນັບຖື ຕໍ່ຄວາມກ້າ ແລະ ອົດທົນຂອງປະຊາຊົນຢູເຄຣນທີ່ຍຶດໝັ້ນປົກປ້ອງຖິ່ນທີ່ຢູ່ອາໄສຂອງຕົນ ແລະ ຄວາມເປັນໜຶ່ງໃຈດຽວກັນ.

ທ່ານໄດ້ກ່າວອີກວ່າ: ການປະຕິເສດຢ່າງເດັດຂາດ ຕໍ່ການປ່ຽນແປງດ້ານດຽວຂອງຣັດເຊຍຕໍ່ສະຖານະພາບທີ່ເປັນຢູ່ໂດຍການຮຸກຮານ ແລະ ຈະປົກປ້ອງກົດລະບຽບສາກົນໂດຍອີງໃສ່ກົດລະບຽບລະຫວ່າງປະເທດ.

ທີ່ມາ: Aljazeera, CGTN

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...