ຜູ້ຕິດເຊື້ອໂຄວິດ-19 ໃນປະເທດມາເລເຊຍສູງຫຼາຍ ຈົນອາດຈະຕ້ອງເລືອກປິ່ນປົວສະເພາະຜູ້ທີ່ມີໂອກາດລອດຊີວິດເທົ່ານັ້ນ!!

ສໍານັກຂ່າວບູມເບີກໄດ້ລາຍງານວ່າສະຖານະການການແຜ່ລະບາດຂອງໂຄວິດ-19 ໃນປະເທດມາເລເຊຍກໍາລັງເຂົ້າຂັ້ນວິກິດສົ່ງຜົນເຮັດໃຫ້ໝໍຕ້ອງໄດ້ຈັດສັນຕຽງສໍາລັບຜູ້ຕິດເຊື້ອທີ່ມີອາການຮຸນແຮງໃຫ້ກັບຜູ້ຕິດເຊື້ອທີ່ມີໂອກາດຟື້ນໂຕສູງ ທ່າມກາງຜູ້ຕິດເຊື້ອລາຍໃໝ່ທີ່ເພີ່ມຫຼາຍຂື້ນ.

 

ທ່ານ ນູ ຮີຊາມ ອັບດຸລລາ ອະທິການບໍດີກົມອະນາໄມຂອງມາເລເຊຍໄດ້ລະບຸວ່າໃນຂະນະນີ້ຈໍານວນຕຽງຂອງຫ້ອງ ICU ທີ່ຢູ່ໂຮງໝໍ, ສູນກັກໂຕ ແລະ ສູນບໍາບັດຮັກສາກໍາລັງຫຼຸດລົງ ແລະ ອາດຈະບໍ່ພຽງພໍກັບຜູ້ຕິດເຊື້ອທຸກຄົນ ເຊິ່ງທາງກະຊວງສາທາລະນະສຸກໄດ້ກ່າວເຕືອນເຖິງສະຖານະການທີ່ອາດຈະເປັນໄປໄດ້ວ່າໝໍອາດຈະຕ້ອງຕັດສິນໃຈເລືອກ ແລະ ຈັດຕຽງໃຫ້ກັບຜູ້ຕິດເຊື້ອທີ່ມີໂອກາດລອດຊີວິດຫຼາຍກວ່າຜູ້ທີ່ມີອາການນັກຮຸນແຮງ.

ທັງນີ້ການແຜ່ລະບາດທີ່ຮຸນແຮງຂອງມາເລເຊຍໃນຄັ້ງນີ້ເກີດຂື້ນກ່ອນການລັອກດາວທົ່ວປະເທດເປັນເວລາ 2 ອາທິດ ດ້ວຍຈໍານວນຜູ້ຕິດເຊື້ອໂຄວິດ-19 ຈໍານວນ 1,144 ຄົນໃນເດືອນພຶດສະພາ ແລະ ໃນວັນທີ 29 ພຶດສະພາທີ່ຜ່ານມາມີຜູ້ຕິດເຊື້ອໃໝ່ຈໍານວນ 9,000 ຄົນ.