spot_img
Homeຂ່າວຕ່າງປະເທດຫວຽດນາມພົບເຊື້ອໂຄວິດສາຍພັນໃໝ່ ແຜ່ກະຈາຍໃນອາກາດໄດ້ໄວ ແລະ ຕິດເຊື້ອງ່າຍກວ່າເກົ່າ

ຫວຽດນາມພົບເຊື້ອໂຄວິດສາຍພັນໃໝ່ ແຜ່ກະຈາຍໃນອາກາດໄດ້ໄວ ແລະ ຕິດເຊື້ອງ່າຍກວ່າເກົ່າ

Published on

ອີງຕາມການລາຍງານຂອງ ສຳນັກຂ່າວຮອຍເຕີ້ ໃຫ້ຮູ້ວ່າ: ລັດຖະມົນຕີ ກະຊວງສາທາລະສຸກຫວຽດນາມໄດ້ຖະແຫຼງໃນວັນທີ 29 ພຶດສະພາ 2021 ຜ່ານມາ ວ່າ: ທາງຫວຽດນາມໄດ້ກວດພົບເຊື້ອໂຄວິດສາຍພັນໃໝ່ ເຊິ່ງເປັນເຊື້ອໂຄວິດແບບປະສົມ ລະຫວ່າງ ສາຍພັນອິນເດຍ ແລະ ສາຍພັນອັງກິດ, ເຊິ່ງສາມາດແຜ່ກະຈາຍຢ່າງໄວວາໃນອາກາດ ແລະ ຕິດໄດ້ງ່າຍຂື້ນ.

ລັດຖະມົນຕີ ກະຊວງສາທາລະນະສຸກຍັງກ່າວວ່າ: ກະຊວງສາທາລະນະສຸກຫວຽດນາມຈະແຈ້ງເລື່ອງການພົບເຊື້ອໂຄວິດສາຍພັນໃໝ່ນີ້ຕໍ່ອົງການອານາໄມໂລກຢ່າງໄວທີ່ສຸດ ໂດຍຈາກການສຶກສາໃນຫ້ອງທົດລອງທາງວິທະຍາສາດພົບວ່າ ເຊື້ອໂຄວິດສາຍພັນປະສົມນີ້ ສາມາດຕິດເຊື້ອໄດ້ງ່າຍກວ່າສາຍພັນກ່ອນໜ້ານີ້ ລວມທັງຍັງສາມາດຄັດລອກເພີ່ມຈຳນວນທາງວິທະຍາສາດໄດ້ຢ່າງໄວວາ ເຮັດໃຫ້ສາມາດອະທິບາຍໄດ້ວ່າ ເປັນຫຍັງຈຶ່ງມີຜູ້ຕິດເຊື້ອໃໝ່ຈຳນວນຫຼາຍໃນພື້ນທີ່ຕ່າງໆ.

ກ່ອນໜ້ານີ້, ຫວຽດນາມໄດ້ພົບເຊື້ອໂຄວິດຂອງ 7 ສາຍພັນ ຄື: ສາຍພັນ B.1.222, B.1.19, D614G,B.1.1.7 (ສາຍພັນອັງກິດ), B.1.351, A.23.1 ແລະ B.1.617.2 (ສາຍພັນອິນເດຍ).

ຜ່ານມາຫວຽດນາມເປັນໜຶ່ງປະເທດ ທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດ ຂອງເຊື້ອໂຄວິດ-19 ໄດ້ດີທີ່ສຸດໃນຊ່ວງປີຜ່ານມາ. ສ່ວນໃນປັດຈຸບັນ. ຫວຽດນາມກຳລັງພົບກັບກັບການລະບາດຂອງເຊື້ອໂຄວິດທີ່ລະບາດໄດ້ໄວກວ່າເກົ່າ ໂດຍນັບຕັ້ງແຕ່ເດືອນເມສາ ທີ່ຜ່ານມາ ພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ ໃນຫວຽດນາມແລ້ວເກືອບ 3,600 ຄົນ ໃນ 31 ເມືອງ ຈາກ 63 ເມືອງ ແລະ ແຂວງທົ່ວປະເທດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...