ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ ໄດ້ໃຊ້ນໍ້າດຶ່ມສະອາດຢ່າງເປັນທາງການແລ້ວ

0
1611

ໂຄງການກໍ່ສ້າງ ສູນຜະລິດນໍ້າສະອາດ ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ ໄດ້ເລີ່ມກໍ່ສ້າງໃນໂອກາດການສະເຫຼີມສະຫຼອງປີໃໝ່ຈີນ ແຕ່ວັນທີ 15 ກຸມພາ 2021 ເຊິ່ງໃຫ້ທືນໂດຍບໍລິສັດຜະລິດພະລັງງານໄຟຟ້ານໍ້າອູຈໍາກັດ ໃນກຸ່ມບໍລິສັດ PowerChina ເພື່ອການພັດທະນາໂຄງການເຂື່ອນໄຟຟ້ານໍ້ອູ, ໃນມື້ເປີດການກໍ່ສ້າງມີຜູ້ເຂົ້າຮ່ວມໂດຍທ່ານ ຊົງຮຸ່ຍຮົງ SongHuihong ອໍານວຍການບໍລິສັດຜະລິດພະລັງງານໄຟຟ້າຈຳກັດ, ທ່ານບຸນເມືອງ ໄຊຍະສິດ ເຈົ້າເມືອງເມືອງງອຍ, ພະແນກການກ່ຽງວຂ້ອງ, ມີປະຊຊົນບ້ານຫາດຄີບ ແລະ ຕາງໜ້າບໍລິສັດຜະລິດພະລັງງານໄຟຟ້າ.

ທ່ານ ຊົງຮຸ່ຍຮົງ ອໍານວຍການບໍລິສັດຜະລິດພະລັງງານໄຟຟ້າຈຳກັດ ກ່າວວ່າ: ໂຄງການສາທິດນໍ້າດືມສະອາດ ສາມາດດື່ມໄດ້ເລີຍ ຢູ່ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ, ຈຸດປະສົງເພື່ອພັດທະນາເສດຖະກິດທ້ອງຖິ່ນ ເສີມຂະຫຍາຍປະຊາຊົນທ້ອງຖິ່ນ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ພາຍໃຕ້ ໂຄງການ Power China ໃນການພັດທະນາຜະລິດພະລັງງານໄຟຟ້າ ແລະ ໄດ້ເຂົ້າຮ່ວມໂຄງການກອງທຶນພິເສດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ອີງໃສ່ໂຄງການກອງທຶນພິເສດ ແລະ ໂຄງການເຂື່ອນໄຟຟ້ານ້ຳອູ, ໂຄງການພະລັງງານໄຟຟ້າຈີນຈະປະຕິບັດໜ້າທີ່ຄວາມຮັບຜິດຊອບລັດວິສາຫະກິດສັງຄົມໃນລາວ ໂຄງການດັ່ງກ່າວມີຄວາມໝາຍຄວາມສໍາຄັນ ໃນການພັດທະນາເສດຖະກິດທ້ອງຖິ່ນ ກົນໄກການຮ່ວມມືແມ່ນໍ້າລ້ານຊ້າງ ສີມຂະຫຍາຍປະຊາຊົນທ້ອງຖິ່ນ, ອຳນວຍຄວາມສະດວກໃຫ້ແກ່ຂະບວນການ ຂອງການເຊື່ອມໂຍງກັບພາກພື້ນ, ສົ່ງເສີມເລິກເຊີ່ງເປັນເພື່ອນບ້ານທີ່ດີ ມິດຕະພາບ ແລະ ການຮ່ວມມືລະຫ່ວາງສອງປະທດລາວ-ຈີນ.

ຜ່ານມາໄດ້ອຸປະຖໍາເຄື່ອງອຸປະກອນຜະລິດນໍ້າສະອາດຈໍານວນ 11 ຊຸດ ໃຫ້ແກ່ບ້ານຫາດຄີບ ແລະ ບັນດາບ້ານອ້ອມຂ້າງ ແລະ ໄດ້ປັບປຸງສະພາບການໃຊ້ນໍ້າຂອງບ້ານຫາດຄີບ ແກ້ໄຂບັນຫານໍ້າບໍ່ພຽງພໍ ນໍ້າດື່ມບໍ່ສະອາດ ນໍ້າລາຄາແພງເປັນຕົ້ນ, ເພື່ອຮັບປະກັນຄວາມປອດໄພການໃຊ້ນໍ້າ ແກ່ປະຊາຊົນບ້ານປະມານ 900 ຄົນ ແລະ ຄູອາຈານນັກຮຽນປະມານ 1000 ຄົນ ສ້າງຄວາມຜາສຸກແກ່ປະຊາຊົນທ້ອງຖິ່ນ ຢ່າງມີປະສິດທິຜົນ. ສໍາລັບເຮືອນທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າ ທັງໝົດ 2.161 ຫຼັງຄາ, ພົນລະເມືອງ 11.142 ຄົນ, ໄດ້ຖືກຍົກຍ້າຍຈັດສັນ ຈາກພື້ນທີ່ຖືກນໍ້າຖ້ວມໃນເຂດອ່າງເກັບນໍ້າ ແລະ ຜົນກະທົບເຂດກໍ່ສ້າງ ຂອງທັງໝົດ 7 ເຂື່ອນນໍ້າອູ, ໄດ້ວາງແຜນກໍ່ສ້າງບ້ານຈັດສັນໃໝ່ທັງໝົດ 30 ບ້ານ. ພາຍໃນແຕ່ລະບ້ານຈັດສັນໃໝ່ ປະກອບມີໂຮງຮຽນ, ສຸກສາລາ ແລະ ວັດວາອາຮາມ ພ້ອມໄດ້ປັບປຸງສະພາບພື້ນຖານໂຄງລ່າງຂອງທ້ອງຖິ່ນໃຫ້ດີຂຶ້ນ, ຍົກລະດັບການໃຫ້ບໍລິການສາທາລະນະ ຂອງທ້ອງຖິ່ນ ເຊັ່ນ: ການສຶກສາ ແລະ ການແພດເປັນຕົ້ນ.

ໃນໄລຍະການພັດທະນາ ແລະ ກໍ່ສ້າງເຂື່ອນໄຟຟ້ານໍ້າອູ ໄດ້ປະຕິບັດພັນທະທາງສັງຄົມຢ່າງຈິງຈັງ ແລະ ປະຊາຊົນກໍ່ໄດ້ເຂົ້າຮ່ວມການກໍ່ສ້າງໂຄງການ ເພື່ອຍົກທັກສະດ້ານແຮງງານ ແລະ ສະໜອງຕໍາແໜ່ງງານຫຼາຍກ່ວາ 10.000 ຕໍາແໜ່ງ; ໄດ້ຈັດທີມງານເຂົ້າສູ່ຊົນນະບົດຫຼາຍຄັ້ງ ຈັດກິດຈະກໍາການຊ່ວຍເຫຼືອນັກຮຽນໃນລະດູໃບໄມ້ລົ້ນ, ສະໜັບສະໜູນງານບຸນປະເພນີຂອງທ້ອງຖິ່ນ, ການບໍລິຈາກອັນເປັນປະໂຫຍດຕໍ່ສັງຄົມ, ແລະການອຸດໜູນນັກຮຽນໄປສຶກສາທີ່ຕ່າງປະເທດເປັນຕົ້ນ; ໄດ້ກໍ່ສ້າງ ແລະ ຂະຫຍາຍເສັ້່ນທາງ 500 ກວ່າກິໂລແມັດ ແລະກໍ່ສ້າງຂົວຂະໜາດໃຫຍ່ ແລະ ຂະໜາດກາງ 20 ກວ່າແຫ່ງ ຊ່ວຍພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

ເພື່ອຮັບປະກັນໃຫ້ແຕ່ລະຫຼັງຄາທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງໂຄງການ, ຮັບປະກັນຊີວິດການເປັນຢູ່ໃນໄລຍະຍາວ, ທາງບໍລິສັດນໍ້າອູ ຍັງກຳລັງຈັດຕັ້ງປະຕິບັດ ໂຄງການຟື້ນຟູຊີວິດການເປັນຢູ່ຂອງທັງໝົດ 7 ເຂື່ອນ ເປັ້ນຕົ້ນແມ່ນ: ການສະໜອງແນວພັນພືດ, ເບ້ຍໄມ້, ແນວພັນສັດ ຫຼື ເຄື່ອງມືການຜະລິດໃນເບື້ອງຕົ້ນແກ່ປະຊາຊົນ ໃຫ້ການສະໜັບສະໜູນ ແລະ ການຊີ້ນຳຕໍ່ກິດຈະກຳການດຳລົງຊີວິດຂອງປະຊາຊົນ ຮັບປະກັນໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຍົກລະດັບດີຂື້ນເລື້ອຍໆ ໃນແຕ່ລະປີຕື່ມອີກ.

ທ່ານ ລີ່ຈື່ກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ກ່າວວ່າ: ໂຄງການສະໜອງນໍ້າສະອາດຢູ່ບ້ານຫາດຄີບ ແມ່ນໂຄງການໜຶ່ງ ຈາກ “ກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ການປະຕິບັດການ “ນໍ້າສະອາດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” – ສາທິດເຕັກໂນໂລຊີການສະໜອງນໍ້າໃຊ້ປອດໄພໃນຊົນນະບົດ ຂອງບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ)” ໂດຍລັດຖະບານຈີນ ເປັນຜູ້ສະໜອງທຶນ. ເຊິ່ງກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ສະເໜີໃຫ້ສ້າງຕັ້ງຂຶ້ນຄັ້ງທໍາອິດ ໃນກອງປະຊຸມຜູ້ນໍາວ່າດ້ວຍຄວາມຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງເດືອນ 03/2016 ເຊິ່ງຈະສະໜອງທຶນ 300 ລ້ານໂດລາສະຫະລັດ ພາຍໃນ 5 ປີ ເພື່ອສະໜັບສະໜູນໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ໂດຍ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຂອງອາຊຽນ ໄດ້ສະເໜີ.

ມາຮອດວັນທີ 27 ພືດສະພາ 2021 ແມ່ນສໍາເລັດ ພ້ອມທັງຈັດພິທີມອບ-ຮັບ ແລະນໍາໃຊ້ຢ່າງເປັນທາງການ ໂດຍມີທ່ານ ສຸກັນບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ ໄດ້ໃຫ້ກຽດຕາງໜ້າຮັບ,ມີທ່ານ ລີຈື່ງກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອລາວ,ມີເຈົ້າເມືອງງອຍ,ພະແນກການກ່ຽວຂ້ອງ,ອໍານວຍການບໍລິສັດຜະລິດພະລັງງານໄຟຟ້າຈຳກັດ ພ້ອມດ້ວຍພະນັກງານ,ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ ແລະຢູ່ບໍລິເວນດ້ານໜ້າສູນການສະໜອງນໍ້າດັ່ງກ່າວ ທ່ານ ສຸກັນ ບຸນຍົງ ແລະ ທ່ານ ລີ່ຈື່ກົງ ພ້ອມດ້ວຍບັນດາຫົວໜ້າພະແນກການເຂົ້າຮ່ວມ ຍັງໄດ້ຮ່ວມປູກຕົ້ນໄມ້ໃສ່ເປັນທີ່ລະລຶກ ເພື່ອໃຫ້ມີຮົ່ມໄມ້ໃນອານາຄົດຕື່ມອີກ.

ມາ.