spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ຊ່ຽວຊານດ້ານສຸຂະພາບຂອງຕ່າງປະເທດອອກມາເຕືອນ ຢ່າເຂົ້າໃກ້ໂຕເຈຍ ຖ້າບໍ່ຢາກເປັນພະຍາດໝາວໍ້!!

ຜູ້ຊ່ຽວຊານດ້ານສຸຂະພາບຂອງຕ່າງປະເທດອອກມາເຕືອນ ຢ່າເຂົ້າໃກ້ໂຕເຈຍ ຖ້າບໍ່ຢາກເປັນພະຍາດໝາວໍ້!!

Published on

ສຳນັກຂ່າວ ເດີ ມີເລີ ລາຍງານວ່າ ຜູ້ຊ່ຽວຊານດ້ານສາທາລະນະສຸກພົບໄວຣັສ ຂັ້ນຮ້າຍແຮງ ທີ່ພາກໃຕ້ຂອງປະເທດ ອົດສະຕາລີ ອາດເຮັດໃຫ້ເປັນອັນຕະລາຍເຖິງຂັ້ນເສຍຊິວິດໄດ້ ພ້ອມເຕືອນປະຊາຊົນໃຫ້ຢູ່ຫ່າງຈາກໂຕເຈຍ.

ໂດຍໃຫ້ປະຊາຊົນທີ່ອອກໄປເຮັດກິດຈະກໍາກາງແຈ້ງຕ່າງໆຫຼີກລ້ຽງການສໍາພັດກັບໂຕເຈຍ ເນື່ອງຈາກມີຄວາມກັງວົນວ່າໂຕເຈຍຈະມີເຊື້ອໄວຣັສ Australian Bat Lyssavirus ຫຼື ABL ເຊິ່ງເປັນເຊື້ອໄວຣັສທີ່ຄ້າຍຄືກັບເຊື້ອພະຍາດໜາວໍ້ ແລະ ຕິດຕໍ່ສູ່ຄົນໄດ້ຖ້າຫາກຖືກໂຕເຈຍກັດ ເພາະເຊື້ອໄວຣັສມັນຈະໄປທໍາລາຍລະບົບປະສາດສ່ວນກາງ ແລະ ເຮັດໃຫ້ເສຍຊີວິດ.

ສຳລັບອາການຜູ້ຕິດເຊື້ອ ABL ຈະມີອາການຄ້າຍຄືກັບໄຂ້ຫວັດ ເຊັ່ນ ເຈັບຫົວ ບໍ່ມີໄຂ້ ແລະ ອອນເພຍ ອາການໜັກຢ່າງວ່ອງໄວ ອາດຈະເຮັດໃຫ້ເປັນອຳມະພາດ, ສັບສົນກະວົນກະວາຍ, ຊັກ ແລະ ເສຍຊີວິດພາຍໃນ 1-2 ອາທິດ.

ລວມເທິງຜູ້ປ່ວຍພະຍາດວໍ້ ແລະ ຕິດໄວຣັສ ABL ສະແດງອາການປ່ວຍຕ່າງໆກັນ ແລະ ໃຊ້ເວລາກວ່າຈະສະແດງອາການເຊິ່ງອາດໃຊ້ເວລາຫຼາຍມື້ ຈົນເຖິງຫຼາຍປີ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...