spot_img
Homeວັນນະກຳເລື່ອງສັ້ນຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ

ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ

Published on

ວັນນີ້ລາວໂພສຕ໌ຈະມານຳສະເໜີເລື່ອງຄວາມຮັກຂອງຍິງຊາຍຄູ່ເຊິ່ງຝ່າຍຊາຍກໍ່ເຢັນຊາຮູ້ສຶກແຕ່ບໍ່ສະແດງອອກ ສ່ວນຜູ້ຍິງກໍ່ຫຼິ້ນຕົວຢ້ານແຕ່ເສຍຟອມ ແລ້ວຄວາມຮັກຂອງພວກເຂົາຈະເດີນໄປໃນທິດທາງໃດຈາກເພື່ອຈະກາຍມາເປັນຄົນຮັກໄດ້ ຫຼື ບໍ່ ລອງອ່ານເບິ່ງເລື່ອງມີຢູ່ວ່າ:

ໃນຕອນຄ່ຳຂອງມື້ໜຶ່ງທີ່ໂຮງຮຽນວິຊາຊີບແຫ່ງໜຶ່ງໃນຂະນະທີ່ທຸກຄົນກຳລັງຕັ້ງໃຈຮຽນພາກ ວິຊາ ບັນຊີ ຢູ່ນັ້ນ ” ສາວນ້ຳ ກັບ ໝູ່ອີກສອງ ” ຄົນເກີດອາການຢາກລົມກັນແຮງແຕ່ບໍ່ກ້າລົມຢ້ານອາຈານຮ້າຍເລີຍໃຊ້ວິທີຂຽນໜັງສືໃສ່ເຈ້ຍໃບໜຶ່ງຍື່ນຖາມຕອບກັນໄປມາຜ່ານກ້ອງໂຕະ ບາດຮອດເວລາເລີກກໍ່ກັບບ້ານໃຜມັນຕາມປົກກະຕິ.

ພໍຮອດຕອນເຊົ້າຫ້ອງທີ່ສາວນ້າ ແລະ ໝູ່ຮຽນກໍ່ປ່ຽນເປັນພວກພາກເຊົ້າເຂົ້າມາຮຽນແທນ ທ້າວ ສັນຈອນ ຜູ້ຊາຍເຢັນຊາ ບໍ່ມັກປາກ ບໍ່ມັກສົນໃຈເລື່ອງຂອງໃຜຖ້າບໍ່ມີເລື່ອງຈຳເປັນໄດ້ນັ່ງທີ່ໂຕະດຽວກັບ ນ້າ ນັ່ງ ລາວໄດ້ເອົາມືຈົກລົງກ່ອງໂຕະເພື່ອຈະເກັບເອົາຂີ້ເຫຍື້ອທີ່ກ້ອງໂຕະອອກ ສັນຈອນໄດ້ຈັບເອົາເຈ້ຍທີ່ ນ້າ ກັບໝູ່ຂຽນຫາກັນຂຶ້ນມາອ່ານເບິ່ງ ແລ້ວລາວກໍ່ຄິດຢາກຫົວຂັວນສິ່ງທີ່ຜູ້ຍິງພວກນີ້ລົມກັນແຕ່ສັນຈອນໄປສະດຸດຄຳທີ່ສາວນ້າຂຽນ ເພາະແຕ່ລະຄຳທີ່ຕອບໝູ່ມັນມີລັກສະນະກວນໆ ຄົງຈະເປັນຜູ້ຍິງຂີ້ເລັ້ນຖະເລັ້ນເລັກໜ້ອຍ ເມື່ອລາວອ່ານຈົບແລ່ວກໍ່ປະໄວ້ກ້ອງໂຕະຄືເກົ່າ ແຍກເອົາແຕ່ຂີ້ເຫຍື້ອໄປຖື້ມ.

ສອງສາມມື້ຕໍ່ມາ ສັນຈອນກໍ່ຍັງເຫັນເຈ້ຍທີ່ສາວນ້າກັບໝູ່ຂອງນາງຂຽນຕອບກັນຄືເກົ່າແລ້ວລາວກໍ່ອ່ານທຸກຄັ້ງ ເວລາທີ່ສັນຈອນຂັບລົດກັບເຮືອນລາວກໍ່ຄິດເຫັນສາມຄົນນັ້ນລົມກັນຜ່ານເຈ້ຍແຜ່ນດຽວແຕ່ມັນເຕັມໄປດ້ວຍເລື່ອງລາວຄວາມລົມປ່ຽນໄປແຕ່ລະມີລາວຮູ້ສຶກຄວາມສຸກໄປນຳພວກເຂົາຢ່າງປະຫຼາດໃຈ ສັນຈອນທີ່ມັກເກັບຕົວຫງຽບບໍ່ຄ່ອຍກ້າລົມກັບໃຜ ບໍ່ຄ່ອຍສົນໃຈໃຜ ກໍ່ຄິດຢາກຈະມີສ່ວນຮ່ວມໃນການສົນທະນາກັບເຂົາໃນຄັ້ງນີ້.

ໜຶ່ງອາທິດຕໍ່ມາ ສັນຈອນກໍ່ຍັງອ່ານຄືເກົ່າແຕ່ວັນນີ້ສັນຈອນໄດ້ລອງຂຽນຄຳວ່າ “ສະບາຍດີ ຂ້ອຍຊື່ສັນຈອນ ຮຽນບັນຊີພາກເຊົ້າຂໍເປັນໝູ່ພວກເຈົ້າແນ່ໄດ້ບໍ່” ແລ້ວກໍ່ຢັດໃສ່ກ້ອງໂຕະໄວ້ຄືເກົ່າ ໃນໃຈລາວກໍ່ລຸ້ນວ່າພວກເຂົາຈະຕອບລາວກັບມາ ຫຼື ບໍ່?

ຮອດຕອນແລງປ່ຽນພວກພາກຄຳມາຮຽນ ທີ່ໂຕະຂອງ ນ້າ ເໝືອນເດີມທີ່ເຈ້ຍໃບນັ້ນທີ່ກ້ອງໂຕະ ນ້າ ໄດ້ສັງເກດເຫັນວ່າ ມີຄົນອື່ນມາຂຽນຂໍ້ຄວາມໃສ່ເຈ້ຍຂອງຕົນ ພໍແຕ່ລາວອ່ານຂໍ້ຄວາມນັ້ນ ນ້າ ກໍ່ຂຽນຕອບວ່າ “ສະບາຍດີ ຍິນດີທີ່ໄດ້ຮູ້ຈັກ ຂ້ອຍຊື່ ນ້າ ແລະ ໝູ່ຂ້ອຍຊື່ ວັນ ແລະ ນິ່ງເດີ່” ແລ້ວລາວກໍ່ຢັດເຈ້ຍໃບນັ້ນໃສ່ກ້ອງໂຕະຄືເກົ່າ ສັນຈອນ ແລະ ນ້າ ໄດ້ຂຽນຂໍ້ຄວາມໃສ່ເຈ້ຍຕອບກັນໄປມາແບບນີ້ປະມານ 4 ມື້ ແລະ ແຕ່ລະມື້ທັງສອງຝ່າຍກໍ່ລຸ້ນໆວ່າອີກຝ່າຍຈະຕອບຕົນເອງມາວ່າແນວໃດ.

ມື້ທີ 5 ສັນຈອນໄດ້ຕັດສິນໃຈຂຽນຂໍຄວາມຂໍເບີໄປ ສາວ ນ້າ ແລະ ໝູ່ອີກສອງຄົນກໍ່ຂຽນຊື່ແຕ່ລະຄົນຕາມລຳດັບ ແລະ ບອກໂຕເລກໃຫ້ມື້ລະໂຕ ຄື: ມື້ທີໜຶ່ງບອກພຽງເລກ 0 ໂຕດຽວ ສັນຈອນກໍ່ຕິດຕາມໄປແຕ່ລະມື້ລວມທັງໝົດ 11 ມື້ຈິ່ງໄດ້ເບີໂທຄົບທຸກຄົນ ຈາກນັ້ນພວກເຂົາກໍ່ໄດ້ຕິດຕໍ່ຫາກັນຜ່ານທາງມືຖື ແລະ ກໍ່ພັດທະນາມາເປັນໃຫ້ເຟສບຸກກັນໄດ້ເຫັນໜ້າກັນ…

ເລື່ອງລາວຍັງບໍ່ທັນຈົບ ອ່ານຕໍ່ມື້ອື່ນ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...