spot_img
Homeຂ່າວຕ່າງປະເທດຜູ້ຊາຍປະເທດບຣາຊິນສັນຍາກຳຕາກວ່າ 10ຮອບ ໃຫ້ຄືຜູ້ຊາຍເກົາຫຼີ(ມີວີດີໂອ)

ຜູ້ຊາຍປະເທດບຣາຊິນສັນຍາກຳຕາກວ່າ 10ຮອບ ໃຫ້ຄືຜູ້ຊາຍເກົາຫຼີ(ມີວີດີໂອ)

Published on

705127 705128 705129 705130 705131

ເວັບໄຊຂ່າວອັງກິດ “The Metro” ລາຍງານຈາກປະເທດບຣາຊິນ ເມື່ອວັນທີ່ 2 ມິຖຸນາ ວ່າ ຜູ້ຊາຍບຣາຊິນຕາສີຟ້າ ຜົມບຣອນ ໃຊ້ຊື່ວ່າ “ຊີອັນ” ແລະຮູ້ຊື່ທີ່ແທ້ຈິງຂອງເຂົາວ່າ “ແມັກ” ໃດ້ຕັດສິນໃຈເຮັດສັນຍາກຳຕາກວ່າ 10 ຮອບ ຫຼັງຈາກທີ່ລາວກັບມາຈາກການໄປເປັນນັກຮຽນແລກປ່ຽນທີ່ ປະເທດເກົາຫຼີໃຕ້ເປັນເວລາ 1 ປີ ຈົນຮູ້ສຶກມັກວັດທະນາທຳເກາຫຼີ

ຊີອັນເຜຍວ່າ ລາວເບິງຊີຣີເກົາຫຼີແລະຟັງເພັງພາສາເກົາຫຼີຈຳນວນຫຼາຍ ຈາກນັ້ນລາວຈຶ່ງມີຄວາມຮູ້ສຶກວ່າ ລາວຕ້ອງການທີ່ຈະເຮັດສັນຍາກຳເພື່ອປ່ຽນຮູບຕາຂອງໂຕເອງ ໃຫ້ຄືຄົນເກາຫຼີທີ່ສຸດ ລາວເວົ້າວ່າ ລາວເຮັດສັນຍາກຳບໍລິເວນຕາຄັ້ງໃຫຍ່ 1 ຄັ້ງ ແລະມີຄັ້ງອື່ນໆຕາມມາອີກຫຼາຍຄັ້ງຮວມຈຳນວນຫຼາຍກວ່າ 10 ຄັ້ງ ນອກຈາກນີ້ ຊີອັນ ຍັງຕັ້ງໃຈທີ່ຈະເດິນທາງເຂົ້າໄປອາໃສ ຢູ່ໃນປະເທດເກົາຫຼີໃຕ້ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໃດ້

ລາວໂພສຮູບຂອງລາວລົງເຄືອຂ່າຍສັງຄົມອອນໄລນສ່ວນໂຕ ໂດຍມີກະແສຕອບຮັບທີ່ມັກແລະບໍ່ມັກການກະທຳຂອງລາວ ລາວຍັງລະບຸອີກວ່າ ແມ້ລາວຈະແປງໂສມໂຕເອງແລ້ວ ແຕ່ລາວຍັງເປັນຄົນບຣາຊິນບໍ່ແມ່ນຄົນເກົາຫຼີໃຕ້.

 

ຂ່າວໂດຍ: ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...