ທາງການຮາວາຍຟ້າວອອກມາຂໍໂທຫຼັງສົ່ງສັນຍານເຕືອນການໂຈມຕີຂີປະນາວຸດພາດເຮັດໃຫ້ປະຊາຊົນແຕກຕື່ນທົ່ວລັດ ເຜີຍເຈົ້າໜ້າທີ່ “ກົດປຸ່ມຜິດ”
ເກີດຄວາມແຕກຕື່ນແລະສັບສົນໄປທົ່ວລັດຮາວາຍ ສະຫະລັດອາເມລິກາເມື່ອວັນເສົາທີ່ຜ່ານມາ ເວລາ 8:00 ນາທີ (ຕາມເວລາທ້ອງຖິ່ນ) ຫຼັງສັນຍານເຕືອນການໂຈມຕີຂີປະນາວຸດປະກົດຂຶ້ນເທິງໜ້າຈໍໂທລະສັບມືຖືຂອງທຸກຄົນທີ່ຢູ່ໃນພື້ນທີ່ ໂດຍຂໍ້ຄວາມລະບຸວ່າ “ໄພຄຸກຄາມຈາກຂີປະນາວຸດວິຖີໂຄ້ງກຳລັງຈະມາເຖິງຮາວາຍ ຫາທີ່ຫຼົບໄພທັນທີ ນີ້ບໍ່ແມ່ນການຝຶກຊ້ອມ”
ເຫດການນີ້ເກີດຂຶ້ນທ່າມກາງຄວາມຕຶງຄຽດລະຫວ່າງລັດຖະບານສະຫະລັດ ແລະ ເກົາຫຼີເໜືອ ເມື່ອລັດຖະບານປຽງຢາງປະກາດວ່າຕົນປະສົບຄວາມສຳເລັດໃນການຍິງທົດສອບຂີປະນາວຸດຂ້າມທະວີບຕິດຫົວຮົບນິວເຄຣຍທີ່ມີພິໄສກວ້າງໄກເຖິງເກາະຮາວາຍ ແລະ ແຜ່ນດິນໃຫຍ່ຂອງສະຫະລັດອາເມລິກາ