spot_img
Homeຂ່າວພາຍ​ໃນຜິດຄາດເຊີເບຍ‬ ບຽດເອົາຊະນະ ບຣາຊິລ 2-1 ຄວ້າແຊ້ມ ບານເຕະ ຢູ-20 ຊີງແຊມໂລກ 2015

ຜິດຄາດເຊີເບຍ‬ ບຽດເອົາຊະນະ ບຣາຊິລ 2-1 ຄວ້າແຊ້ມ ບານເຕະ ຢູ-20 ຊີງແຊມໂລກ 2015

Published on

ເນມານຈາ ມາກຊິໂມວິຊ ກາຍເປັນຮີໂຣ ຍິງປະຕູໄຊໃນທ້າຍເກມຂອງໄລຍະຕໍ່ເວລາພິເສດ ພາທີມຊາດເຊີເບຍ ບຽດເອົາຊະນະ ບຣາຊິລ ຫວຸດຫວິດ 2-1 ຄວ້າແຊ້ມໄປຄອງໄປຢ່າງຍິ່ງໃຫຍ່.
ການແຂ່ງຂັນເຕະບານຮຸ່ນອາຍຸບໍ່ເກີນ 20 ປີ ຫຼື ຢູ-20 ຊີງແຊ້ມໂລກ ທີ່ປະເທດນິວຊີແລນ ເປັນເຈົ້າພາບ ເມື່ອວັນທີ 20 ມິຖຸນາ ຜ່ານມາ ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງທີມຊາດບຣາຊິລ ແຊ໋ມ 5 ສະໄໝ ( ປີ 1983, 1985, 1993, 2003 ແລະ ປີ 2011) ພົບກັບ ເຊີເບຍ ອະດີດແຊ້ມ 1 ສະໄໝ (ປີ 1987 ຕອນຍັງບໍ່ທັນແຍກອອກຈາກ ຢູໂກສະລາເວຍ)
ຜ່ານການແຂ່ງຂັນປາກົດວ່າ ໃນເຄິ່ງເວລາທຳອິດ ທັງ 2 ທີມຍັງສະເໝີກັນຢູ່ 0-0 ປະຕູ. ກັບມາແຂ່ງຂັນຕໍ່ໃນເຄິ່ງເວລາທີ 2 ນາທີ 70 ເປັນທາງດ້ານທີມຊາດເຊີເບຍ ທີ່ໄດ້ປະຕູຂຶ້ນນຳໄປກ່ອນ 1-0 ຈາກການຍິງຂອງ ຊະແຕນນິຊາ ມານດິຊ ແນວໃດກໍ່ຕາມ ແຟນບານເຊີເບຍ ດີໃຈບໍ່ເຖິງ 5 ນາທີ ເມື່ອ ແອນເດຣສ ເປເລຍຣາ ຍິງປະຕູໃຫ້ ບຣາຊິລ ໄລ່ຕີສະເໝີ ຢ່າງໄວວາ ເປັນ 1-1 ໃນນາທີ 73 ແຕ່ຫຼັງຈາກນັ້ນ ທັງ 2 ທີມ ບໍ່ສາມາດຍິງປະຕູເພີ່ມໄດ້ ຈົບເກມການແຂ່ງຂັນ ໃນເວລາປົກກະຕິ 90 ນາທີ ສະເໝີກັນຢູ່ 1-1 ປະຕູ ຕ້ອງຕໍ່ເວລາພິເສດອອກໄປຕື່ມອີກ 30 ນາທີ ເກມເບິ່ງຄືວ່າ ຈະຈົບລົງດ້ວຍການຕັດສິນຫາຜູ້ຊະນະດ້ວຍການນິວຈຸດໂທດ ແຕ່ແລ້ວກ່ອນໝົດເວລາ ພຽງ 2 ນາທີ ເນມານຈາ ມາກຊິໂມວິຊ ຜູ້ຫຼິ້ນໝາຍເລກ 8 ນັກເຕະກອງກາງດາວຮຸ່ງຈາກສະໂມສອນແອສຕານາ ທີມດັງໃນລີກ ຄາຊັກສະຖານ ກາຍເປັນຮີໂຣຂອງທີມ ເມື່ອຍິງປະຕູໄຊ ໃຫ້ ເຊີເບຍ ແຊງເອົາຊະນະ ບາຊິລ ໄປແບບຫວຸດຫວິດ 2-1 ຄວ້າແຊ໋ມໄປຄອງໄດ້ຢ່າງຍິ່ງໃຫຍ່.
ສ່ວນຜົນຄູ່ຊີງອັນດັບ 3 ມາລີ ເອົາຊະນະ ເຊເນກັລ 3-1.
ສຳລັບ ຜູ້ຫຼິ້ນທີ່ໄດ້ຮັບລາງວັນນັກເຕະດີເດັ່ນໄດ້ແກ່ ອະດານາ ທຣາໂອເຣ ນັກເຕະກອງທີມຊາດມາລີ, ລາງວັນຜູ້ຮັກສາປະຕູດີເດັ່ນແມ່ນ ເປຣດຣາກ ຣາໂຄວິຊ ທີມຊາດເຊີເບຍ, ລາງວັນຜູ້ຍິງປະຕູສູງສຸດ (ເກີບຄຳ) ໄດ້ແກ່ ເບນ ເມີໂວ ທີມຊາດ ຮັງກາລີ ກັບ ວິກຕໍ ໂຄວາເລນໂກ ທີມຊາດ ຢູເຄຣນ ທີ່ຍິງໄດ້ 5 ປະຕູເທົ່າກັນ ຂະນະທີ່ ລາງວັນທີມມາລະຍາດດີເດັ່ນຕົກເປັນຂອງທີມຊາດຢູເຄຣນ. ສ່ວນການແຂ່ງຂັນຄັ້ງຕໍ່ໄປ ຈະຈັດຢູ່ ສ ເກົາຫຼີ ໃຍປີ 2017

10426169_1641672639379243_8508611003532489159_n

10423926_1641672632712577_1326542460727571230_n

11205594_1641672649379242_4495075150805931303_n

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...