spot_img
Homeຂ່າວພາຍ​ໃນປ້ອງກັນໄວ້ກ່ອນ! ຂອນແກ່ນຍົກເລີກຈັດງານສົງການອິສານຖະໜົນເຂົ້າໜຽວປີນີ້

ປ້ອງກັນໄວ້ກ່ອນ! ຂອນແກ່ນຍົກເລີກຈັດງານສົງການອິສານຖະໜົນເຂົ້າໜຽວປີນີ້

Published on

ສຳນັກຂ່າວສະໜຸກຂອງປະເທດ ໄທ ລາຍງານວ່າ ນາຍົກເທສະມົນຕີ ນະຄອນ ຂອນແກ່ນ ກ່າວວ່າ ຈາກສະຖານະການແຜ່ລະບາດຂອງໄວຣັສໂຄວິດ-19 ໃນປະເທດໄທ ຍັງມີແນວໂນ້ມທີ່ຈະມີຜູ້ຕິດເຊື້ອເພີ່ມຂຶ້ນ ເຮັດໃຫ້ທາງເທສະບານນະຄອນຂອນແກ່ນ ໄດ້ມີການຫາລືກັບຜູ້ນໍາຊຸມຊົມ, ໜ່ວຍງານຕ່າງໆຂອງຈັງຫວັດ ຈຶ່ງໄດ້ຂໍ້ສະຫຼຸບວ່າ ການຈັດງານສຸດຍອດສົງການອິສານ ຖະໜົນເຂົ້າໜຽວ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 13-15 ເມສາ ຂອງທຸກປີ ແມ່ນໃນປີນີ້ ຈະໄດ້ຍົກເລີກການຈັດງານ ເພື່ອເປັນການປ້ອງກັນການແຜ່ລະບາດຂອງໄວຣັສໂຄວິດ-19.

ງານສົງການອິສານທີ່ຖະໜົນເຂົ້າໜຽວໄດ້ຮັບຄວາມນິຍົມຈາກທັງຄົນໄທ ແລະ ຄົນຕ່າງຊາດເປັນຈໍານວນຫຼາຍ ເຊິ່ງຖ້າຫາກມີການຈັດງານໃນໄລຍະທີ່ສະຖານະການແຜ່ລະບາດຂອງເຊື້ອຍັງຢູ່ໃນພາວະສ່ຽງ, ນັກທ່ອງທ່ຽວທີ່ມາທ່ຽວງານກໍຈະບໍ່ມີຄວາມສຸກ ແລະ ມີໂອກາດສ່ຽງຕິດເຊື້ອໄດ້ ແລະ ເພື່ອເປັນການຮັກສາພາບລັກຂອງຈັງຫວັດຂອນແກ່ນ ຈື່ງເຮັດໃຫ້ຕ້ອງຍົກເລີກງານໃນຄັ້ງນີ້.

 

ຮຽບຮຽງຂ່າວ: ລັດສະໝີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...