spot_img
Homeຂ່າວຕ່າງປະເທດປູຕິນຍົກເລີກຢ້ຽມຢາມຝຣັ່ງກະທັນຫັນ ຫລັງຖືກຜູ້ນຳຝຣັ່ງກ່າວຫາ ກໍ່ອາຍາຊະຍາກຳສົງຄາມຢູ່ຊີຣີ!

ປູຕິນຍົກເລີກຢ້ຽມຢາມຝຣັ່ງກະທັນຫັນ ຫລັງຖືກຜູ້ນຳຝຣັ່ງກ່າວຫາ ກໍ່ອາຍາຊະຍາກຳສົງຄາມຢູ່ຊີຣີ!

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 12 ຕຸລານີ້ວ່າ ໃນມື້ວານນີ້ (11 ຕຸລາ) ທ່ານ ວະລາດີເມຍ ປູຕິນ ໄດ້ປະກາດຍົກເລີກການເດີນທາງຢ້ຽມຢາມປະເທດຝຣັ່ງ ຊຶ່ງເກີດຂຶ້ນພາຍຫລັງທີ່ ທ່ານ ຟຣັງຊົວ ອອລລອງ ປະທານາທິບໍດີຝຣັ່ງ ໄດ້ກ່າວຫາຣັດເຊຍ ໃນວັນທີ 10 ຕຸລາຜ່ານມາວ່າ ກອງກຳລັງລັດຖະບານຊີຣີ ໄດ້ກໍ່ອາຊະຍາກຳສົງຄາມຢູ່ເມືອງອະເລບໂປ ໂດຍມີປະຕິບັດການໂຈມຕີທາງອາກາດຂອງຣັດເຊຍ ຊ່ວຍໃຫ້ການສະໜັບສະໜູນ.

ທ່ານ ປູຕິນ ມີກຳນົດເດີນທາງຢ້ຽມຢາມປາຣີ ໃນວັນຈັນທີ 19 ຕຸລາທີ່ຈະມາເຖິງ ເພື່ອເຂົ້າຮ່ວມພິທີເປີດສູນທາງສາສະໜາຂອງຣັດເຊຍແຫ່ງໃໝ່ ຊຶ່ງຜູ້ນຳຝຣັ່ງກໍໄດ້ອອກມາເປີດເຜີຍກ່ອນໜ້ານີ້ວ່າ ປະທານາທິບໍດີຣັດເຊຍ ມີກຳນົດເຂົ້າພົບປະຫາລືກັບຕົນເອງ ກ່ຽວກັບບັນຫາຊີຣີອີກດ້ວຍ.

ດ້ານໂຄສົກທຳນຽບປະທານາທິບໍດີຣັດເຊຍ ທ່ານ ດິມິທຣີ ເປສະຄອບ ໄດ້ລະບຸວ່າ ທ່ານ ປູຕິນ ພ້ອມທີ່ຈະເດີນທາງໄປຢາມຝຣັ່ງ ກໍໃນເມື່ອມີຄວາມຮູ້ສຶກສະບາຍໃຈກັບ ປະທານາທິບໍດີ ຝຣັ່ງຊົວ ອອລລອງ ແລະ ບອກອີກວ່າ ຣັດເຊຍຈະລໍຖ້າຈົນກວ່າເວລາແຫ່ງຄວາມສະບາຍໃຈນັ້ນມາເຖິງ. ສ່ວນທ່ານ ຟຣັ່ງຊົວ ອອລລອງ ໄດ້ອອກມາກ່າວຕໍ່ກໍລະນີນີ້ວ່າ ຝຣັ່ງ ແລະ ຣັດເຊຍ ມີຄວາມເຫັນທີ່ແຕກຕ່າງກັນໃຫຍ່ຫລວງ ກ່ຽວກັບບັນຫາຊີຣີ ແລະ ທ່ານກຽມພ້ອມທີ່ຈະພົບປະກັບຜູ້ນຳຣັດເຊຍທຸກເວລາ ເພື່ອສັນຕິພາບໃນພາຍພາກໜ້າ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...