spot_img
Homeຂ່າວພາຍ​ໃນປາກຽວ ຍອມຮັບແບບຕົງໆວ່າຄືນສັງວຽນເພາະເລື່ອງເງິນ

ປາກຽວ ຍອມຮັບແບບຕົງໆວ່າຄືນສັງວຽນເພາະເລື່ອງເງິນ

Published on

ແມນນີ ປາກຽວ ຍອດກຳປັ້ນຂັວນໃຈຊາວຟິລິບປິນ ຍອມຮັບແບບຕົງໆວ່າ ຍອມກືນນ້ຳລາຍຕົວເອງກັບຄືນສູ່ສັງວຽນເພາະຢາກໄດ້ເງິນ ໂດຍໃຫ້ເຫດຜົນວ່າຕ້ອງຫາລ້ຽງຄອບຄົວ ແລະ ຍັງມີຄົນມາຂໍຄວາມຊ່ວຍເຫຼືອອີກຫຼາຍຄົນ

ນັກຊົກເຈົ້າຂອງສາຍາ “ແພັດແມນ” ເຜີຍໃຫ້ຮູ້ວ່າ: ການຊົກມວຍເປັນແຫຼ່ງລາຍຮັບຫຼັກຂອງລາວ ລາວບໍ່ສາມາດອາໃສເງິນເດືອນພະນັກງານລັດພຽງຢ່າງດຽວ ເພາະລາວມີພາລະຕ້ອງໄດ້ລ້ຽງດູຄອບຄົວຂອງເມຍ ແລະ ຄອບຄົວຂອງລາວ ແຖມຍັງມີຄົນມາຂໍຄວາມຊ່ວຍເຫຼືອກັບລາວເປັນຈຳນວນຫຼາຍອີກດ້ວຍ

ເຊິ່ງໃນວັນເສົາທີ 5 ພະຈິກ 2016 ນີ້ ແຟນມວຍຂອງ ແມນນີ້ ປາກຽວ ກໍ່ຈະໄດ້ເຫັນລາວຂຶ້ນສັງວຽກຊົກອີກຄັ້ງ ກັບຄູ່ຊົກທີ່ຖືວ່າຫີນສຸດໆ ຢ່າງ ວາຣກາສ ໄວອາຍຸ 27 ປີ ທີ່ມີສະຖິຕິການຊົກເສຍພຽງຄັ້ງດຽວຈາກການຊົກ 28 ຄັ້ງ

ສ່ວນເວລາການຊົກນັ້ນ ແລະ ເລື່ອງການຖ່າຍທອດສົດຈະມີ ຫຼື ບໍ່ ແອັດມິນຈະແຈ້ງໃຫ້ຮູ້ຕາມພາຍຫຼັງ

manny-pacquiao-vs-jessie-vargas

 

ຂ່າວຈາກ: http://www.siamsport.co.th/boxing/view.php?code=160810192859
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...