spot_img
Homeຂ່າວຕ່າງປະເທດປັດໃຈທີ່ເຮັດໃຫ້ເງິນບາດແຂງຄ່າ

ປັດໃຈທີ່ເຮັດໃຫ້ເງິນບາດແຂງຄ່າ

Published on

ອີງຕມການລາຍງານຂອງທະນາຄານແຫ່ງປະເທດໄທ (BOT) ໃນວັນທີ 13 ມັງກອນ 2023 ຜ່ານມາ, ໄດ້ເຜີຍແຜ່ຂໍ້ມູນຜ່ານເຟສບຸກໃນຫົວຂໍ້ “ເປັນຫຍັງເງິນບາດຈຶ່ງແຂງຄ່າໃນບໍ່ດົນມານີ້? ໂດຍລະບຸ 3 ປັດໄຈທີ່ປະກອບສ່ວນເຮັດໃຫ້ເງິນບາດແຂງຄ່າຕັ້ງແຕ່ຕົ້ນປີ ເງິນບາດແຂງຄ່າຂຶ້ນ 5% ທຽບກັບເງິນໂດລາສະຫະລັດ ແລະ ດັດຊະນີເງິນບາດໄທ (NEER) ເພີ່ມຂຶ້ນ 3%.

ປັດໃຈທີ 1 ແນວໂນ້ມເງິນໂດລາສະຫະລັດ ທີ່ອ່ອນຄ່າຕໍ່ເນື່ອງ ຫຼັງຈາກທະນາຄານກາງສະຫະລັດ (Fed) ສົ່ງສັນຍານຄວາມເຂັ້ມງວດໃນການດຳເນີນນະໂຍບາຍທາງການເງິນລົງ ຈາກເງິນເຟີ້ສະຫະລັດທີ່ຊ້າລົງຢ່າງຕໍ່ເນື່ອງ.

ປັດໃຈທີ 2 ຈີນເປີດປະເທດໄວກວ່າທີ່ຄິດ ສົ່ງຜົນໃຫ້ພາກພຶ້ນເສດຖະກິດ ລວມເຖິງ ໄທ ແລະ ລາວ ຈະໄດ້ຮັບຜົນປະໂຫຍດຈາກການກັບມາຂອງນັກທ່ອງທ່ຽວຊາວຈີນ.

ປັດໃຈທີ 3 ມຸມມອງຂອງຕ່າງຊາດຕໍ່ເສດຖະກິດ ແລະ ການລົງທຶນຂອງປະເທດພາກພຶ້ນທີ່ປັບດີຂຶ້ນ ສາມາດເຫັນໄດ້ຈາກນັກລົງທຶນໃນຫຼາຍປະເທດທີ່ມີຄວາມຕໍ່ເນື່ອງ ໂດຍຕັ້ງແຕ່ຕົ້ນປີ ນັກລົງທຶນຕ່າງຊາດເຂົ້າມາຊື້ຫຸ້ນໃນໄທກວ່າ 1,7 ໝື່ນລ້ານບາດ.

ອ້າງອິງ: ຖານເສດຖະກິດ (ປະເທດໄທ)

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...