spot_img
Homeນານາສາລະປະໂຫຍດຂອງກ້ວຍໄຂ່ ທີ່ຫຼາຍຄົນເບິ່ງຂ້າມ!!

ປະໂຫຍດຂອງກ້ວຍໄຂ່ ທີ່ຫຼາຍຄົນເບິ່ງຂ້າມ!!

Published on

  ກ້ວຍໄຂ່ສາມາດປ້ອງກັນ ພະຍາດເລືອດຈາງ, ເຈັບທ້ອງ, ລຳໄສ້ເປັນບາດແຜ ແລະເສັ້ນເລືອດຝອຍແຕກ, ພະຍາດຄວາມດັນເລືອດສູງ, ບຳລຸງລະບົບປະສາດ

ປະໂຫຍດຈາກກ້ວຍໄຂ່ ມີຫຼວງຫຼາຍ ຈາກການວິໄຈກ້ວຍ ທັງ 3 ຊະນິດຄື: ກ້ວຍນໍ້າຫວ້າ, ກ້ວຍໄຂ່ ແລະກ້ວຍຫອມ ພົບວ່າຖ້າກິນໃນປະລິມານທີ່ເທົ່າກັນຄື 100 ກຼາມ ກ້ວຍໄຂ່ຈະມີເບຕ້າແຄໂລທີນຫຼາຍທີ່ສຸດຮອດ 492 ໄມໂຄຣກຼາມ, ກ້ວຍນໍ້າຫວ້າ ແລະກ້ວຍຫອມ ມີພຽງ 9 ໄມໂຄຣກຼາມ.

ປະໂຫຍດຂອງກ້ວຍໄຂ່ ຍັງມີອີກຫຼາຍເຊັ່ນ: ປ້ອງກັນພະຍາດເລືອດຈາງ, ປ້ອງກັນການແໜ້ນທ້ອງ, ປ້ອງກັນລຳໄສ້ເປັນບາດແຜ, ປ້ອງກັນຄວາມຕຶງຄຽດ ແລະເສັ້ນເລືອດຝອຍແຕກ, ພະຍາດຄວາມດັນເລືອດສູງ, ບຳລຸງລະບົບປະສາດ, ຄວບຄຸມອຸນຫະພູມໃນຮ່າງກາຍ.

ນອກຈາກນີ້ ກ້ວຍໄຂ່ຍັງສາມາດ ຕ້ານອະນຸມູນອິດສະຫຼະ ເຊິ່ງສານນີ້ສາມາດປ້ອງກັນການເກີດເຊວມະເຮັງ ແລະຢຸດການຈະເລີນເຕີບໂຕຂອງເຊວເນື້ອຮ້າຍໄດ້ ແລະມີປະໂຫຍດຫຼາຍສຳລັບສຸຂະພາບຜູ້ຍິງ ຄືຫຼຸດລິ້ວລອຍກ່ອນໄວອັນຄວນ, ເມື່ອເຮົາຮູ້ຄຸນປະໂຫຍດທີ່ຫຼວງຫຼາຍແບບນີ້ແລ້ວ ກໍຄວນຊອກຫາຊື້ມາກິນເພື່ອສຸຂະພາບທີ່ແຂງແຮງ.

ທີ່ມາ: share-si

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...