spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແລະ ຜູ້ເສຍຊີວິດໃໝ່ ວັນທີ 8 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແລະ ຜູ້ເສຍຊີວິດໃໝ່ ວັນທີ 8 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 7 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,484 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731 ຄົນ ( ຕິດເຊື້ອພາຍໃນ = 726 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ )

ຂ້າພະເຈົ້າຂໍລາຍງານໂດຍຫຍໍ້ກ່ຽວກັນຜູ້ຕິດເຊື້ອພາຍໃນ (ຫຼື ຊຸມຊົນ)ໃໝ່ ທັງໝົດມີ 726 ຄົນ ຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 450 ຄົນ:
– ເມືອງຈັນທະບູລີ ມີ 5 ບ້ານ (15ຄົນ)
– ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ)
– ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ)
– ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ)
– ເມືອງນາຊາທອງ ມີ 8 ບ້ານ (31 ຄົນ)
– ເມືອງໄຊທານີ ມີ 7 ບ້ານ (216 ຄົນ) (ບ. ສາຍນໍ້າເງິນ ໂຮງງານ ເວັນເຈີ 198 ເກັບຕົວຢ່າງຄັ້ງທີ 2
– ເມືອງຫາດຊາຍຟອງ ມີ 3 ບ້ານ ( 5 ຄົນ )
2. ແຂວງ ບໍລິຄຳໄຊ: 65 ຄົນ
– ເມືອງ ປາກກະດິງ ມີ 03 ບ້ານ (55 ຄົນ)
– ເມືອງປາກຊັນ ມີ 04 ບ້ານ (08 ຄົນ)
– ເມືອງວຽງທອງ ມີ 2 ບ້ານ (02 ຄົນ)
3. ຫຼວງພະບາງ 56 ຄົນ
– ເມືອງງອຍມີ 26 ຄົນ
– ເມືອງນ້ຳບາກ ມີ 13 ຄົນ
– ນະຄອນຫຼວງພະບາງ ມີ 10 ຄົນ
– ເມືອງຈອມເພັດ ມີ 3 ຄົນ
– ເມືອງຊຽງເງີນ ມີ 4 ຄົນ
– ເມືອງນານ ມີ 1 ຄົນ
– ເມືອງປາກແຊງ ມີ 1 ຄົນ
4. ສະຫວັນນະເຂດ 42 ຄົນ
– ເມືອງອຸທຸມພອນ ມີ 4 ບ້ານ (33 ຄົນ)
– ນະຄອນໄກສອນ ມີ 7 ບ້ານ (8 ຄົນ)
– ເມືອງໄຊບູລີ ມີ 1 ບ້ານ (1 ຄົນ)

5. ແຂວງວຽງຈັນ 42 ຄົນ
– ເມືອງແກ້ວອຸດົມ 22 ຄົນ

– ເມືອງ ວຽງຄໍາ 9 ຄົນ

ເມືອງ ວັງວຽງ 8 ຄົນ

– ເມືອງ ໂພນໂຮງ 3 ຄົນ

6. ບໍ່ແກ້ວ 26 ຄົນ
– ເມືອງ ຕົ້ນເຜີ້ງ 13 ແລະ ເຂດພິເສດ 12 ຄົນ ແລະ ເມືອງຫ້ວຍຊາຍ 1 ຄົນ.

7. ຄໍາມ່ວນ 19 ຄົນ

– ກໍາມະກອນຢູ ໂຮງງານລາວຄາຍຢວນ ທີ່ ກັກໂຕຢູ່ ມີ 11 ຄົນ.​

– ກໍາມະກອນຢູ່ ບໍລິສັດສະປີດ ຂົນສົ່ງສາກົນ (ຂົວມິດຕະພາບ 3): ມີ 2 ຄົນ

– ບ້ານນາບົງ ມີ 01 ຄົນ ຈາກ

– ບ້ານເລົ່າໂພໄຊ ມີ 05 ຄົນ

8. ຈໍາປາສັກ 12 ຄົນ:
– ເມືອງບາຈຽງຈະເລີນສຸກ ມີ 10 ຄົນ
– ເມືອງໂພນທອງ ມີ 2 ຄົນ
9. ສາລະວັນ 12 ຄົນ
– ເມືອງສາລະວັນ 12 ຄົນ
10. ໄຊສົມບູນ 2 ຄົນ
– ເມືອງລ່ອງຊານ ມີ 1 ຄົນ
– ເມືອງອານຸວົງ ມີ 1 ຄົນ

*ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຄື: 3 ຄົນ ຈາກແຂວງຫຼວງພະບາງ ແລະ 2 ຄົນ ຈາກ ສະຫວັນນະເຂດ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
*ມາຮອດວັນທີ 7 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 27,607 ຄົນ, ເສຍຊີວິດສະສົມ 24 (1 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 925 ຄົນ, ກໍາລັງປິ່ນປົວ 6.084 ຄົນສຳລັບກໍລະນີຜູ້ເສຍຊີວິດໃໝ່ມີລາຍລະອຽດດັ່ງຕໍ່ໄປນີ້

*ສຳລັບກໍລະນີຜູ້ເສຍຊີວິດໃໝ່ມີລາຍລະອຽດດັ່ງຕໍ່ໄປນີ້:
-​ເພດຍີງ, ອາຍຸ 50 ປີ ຈາກບ້ານ ນາດາວ ເມືອງ ວັງວຽງ ແຂວງວຽງຈັນ
-​ຜູ້ກ່ຽວມີການສຳພັດໃກ້ຊິດກັບຜູ້ຕິດເຊື້ອຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງໄດ້ມີການອອກຖະແຫຼ່ງຂ່າວກ່ອນໜ້ານີ້ແລ້ວ
-​ພະຍາດປະຈຳໂຕ : ເບົາຫວານ,ຄວາມດັນ,ໄຂ້ຫຼັງຊຸດໂຊມ ແລະ ປອດບວມ.
-​ໃນວັນທີ 2/10/2021 ຜູ້ກ່ຽວມີອາການອິດເມື່ອຍ, ແໜ້ນໜ້າເອິກ,ຫາຍໃຈຍາກ.
-​ໃນວັນທີ: 05/10/2021 ຜູ້ກ່ຽວໄດ້ໄປກອບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໜໍວັງວຽງພ້ອມທັງແຍກຫ້ອງປ່ຽວ
-​ໃນວັນທີ່ 07/10/2021: ລາຍງານຜົນອອກມາເປັນບວກ (Covid-19) ແລະ ຜູ້ກ່ຽວອາການບໍ່ດີຂື້ນ ໃດ້ສົ່ງມາໂຮງໜໍແຂວງວຽງຈັນສູນປີ່ນປົວພະຍາດໂຄວິດ
ຜູ້ສໍາພັດ: ຄົນໃນຄອບຄົວທັງໝົດມີ: 07 ຄົນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...