spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 18 ກັນຍາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາວັນທີ 18 ກັນຍາ 2021

Published on

ລາຍງານຜູ້ຕິດເຊື້ອໃໝ່ ໃນ ສປປ ລາວ ປະຈຳວັນທີ 18 ກັນຍາ 2021 ມີຜູ້ຕິດເຊື້ອໃໝ່ທັງໝົດ +466 ຄົນ ນະຄອນຫຼວງວຽງຈັນ ຊຸມຊົນ +264 ຄົນ

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 383 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1. ນະຄອນຫຼວງວຽງຈັນ 265 ຄົນ:
– ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 247 ຄົນ ແມ່ນເຮັດວຽຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້
– ໂຄງການສຶກສາ LACOVISS: ມີ 03 ຄົນ
– 01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດ
– ​02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ
ຈຸດເກັບຕົວຢ່າງຈາກບືງຂະຫຍອງ ພົບເຊື້ອ 12 ຄົນ:
– ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນ
– ​ບ້ານ ຫົວຂົວ, ເມືອງ ໄຊເສດຖາ 02 ຄົນ (ພະນັກງານ ບໍລິສັດ ເອກະຊົນ
ຊີເຄແອວ)

– ​ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນ
– ​ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານ
ອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ)

– ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນ
ຕະຫລາດອົດຊີ)

– ກຸ່ມເມືອງໄຊທານີ 2 ຄົນ
– ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)

2. ຄຳມ່ວນ 26 ຄົນ:​ ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື:
– ​ທ່າແຂກ 9 ບ້ານ
– ບົວລະພາ 2 ບ້ານ
– ນາກາຍ 1 ບ້ານ

3. ສະຫວັນນະເຂດ 20 ຄົນ: ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ

4. ຫຼວງນໍ້າທາ 2 ຄົນ (ລາຍລະອຽດຈະແຈ້ງໃນພາຍຫຼັງ)

5. ຈໍາປາສັກ 41 ຄົນ (ລາຍລະອຽດຈະແຈ້ງໃນພາຍຫຼັງ)

6. ຫຼວງພະບາງ 30 ຄົນ (ລາຍລະອຽດຈະແຈ້ງໃນພາຍຫຼັງ)

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18,814 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3,665 ຄົນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...