spot_img
Homeຂ່າວພາຍ​ໃນປະຫວັດຂອງຜູ້ຕິດເຊື້ອພາຍໃນ ປະຈໍາວັນທີ 22 ຕຸລາ 2021

ປະຫວັດຂອງຜູ້ຕິດເຊື້ອພາຍໃນ ປະຈໍາວັນທີ 22 ຕຸລາ 2021

Published on

ວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,580 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນ ໃໝ່ ທັງໝົດ 518 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

  1. ນະຄອນຫຼວງ 289 ຄົນ: ມາຈາກ 85 ບ້ານ, ໃນ 9 ເມືອງ
    ເມືອງຈັນທະບູລີ ມີ 22 ຄົນ ຈາກ 9 ບ້ານ
    ເມືອງສີໂຄດຕະບອງ ມີ 28 ຄົນຈາກ 14 ບ້ານ
    ເມືອງໄຊເສດຖາ ມີ 51 ຄົນ ຈາກ 21 ບ້ານ
    ເມືອງສີສັດຕະນາກ ມີ 99 ຄົນ ຈາກ 7 ບ້ານ
    ເມືອງ ນາຊາຍທອງ ມີ 5 ຄົນ ຈາກ 5 ບ້ານ
    ເມືອງໄຊທານີ ມີ 47 ຄົນ ຈາກ 17 ບ້ານ
    ເມືອງຫາດຊາຍຟອງ ມີ 17 ຄົນ ຈາກ 10 ບ້ານ
    ເມືອງ ສັງທອງ ມີ 3 ຄົນ ຈາກ 1 ບ້ານ
    ເມືອງ ປາກງື່ມມີ 1 ຄົນ ຈາກ 1 ບ້ານ
    ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ
  1. ຫຼວງພະບາງ 54 ຄົນ
    ນະຄອນຫຼວງພະບາງ 46 ຄົນ
    ເມືອງງອຍ 4 ຄົນ
    ເມືອງນ່ານ 2 ຄົນ
    ເມືອງນ້ຳບາກ 1 ຄົນ
    ເມືອງຊຽງເງິນ 1 ຄົນ
  1. ຫຼວງນໍ້ທາ 47 ຄົນ
    ເມືອງນໍ້າທາ, ມີ 43 ຄົນ ຈາກ 09 ບ້ານ,
    ເມືອງສີງ, ມີ 1 ຄົນ
    ເມືອງລອງ ມີ 1 ຄົນ
    ເມືອງວຽງພູຄາ ມີ 1 ຄົນ
    ຄົນຕ່າງແຂວງ (ແຂວງຊຽງຂວາງ, ເມືອງໜອກ, ບ້ານທົ່ງເປ ມີ 01 ຄົນ
  1. ວຽງຈັນ 40 ຄົນ
    ເມືອງແກ້ວອຸດົມ, ມີ 6 ບ້ານ, 8 ຄົນ
    ເມືອງໜື່ນ,  ມີ 02 ບ້ານ, 02 ຄົນ
    ເມືອງວັງວຽງມີ 01 ຄົນ
  1. ຄໍາມ່ວນ 28 ຄົນ
    ເມືອງຄູນຄໍາ, ບ້ານຜາຊ້າງ 18 ຄົນ
    ເມືອງທ່າແຂກ 12 ຄົນ ຈາກ 4 ບ້ານ
  1. ສະຫວັນນະເຂດ 15 ຄົນ
    ນະຄອນໄກສອນ ມີ 13 ຄົນ ຈາກ 3 ບ້ານ
    ເມືອງຈໍາພອນ, ມີ 2 ຄົນຈາກ ບ້ານຫຼັກ35
  1. ບໍ່ແກ້ວ 11 ຄົນ
    ເມືອງຕົ້ນເຜີ້ງ, ມີ 04 ຄົນ ຈາກ 02 ບ້ານ
    ເມືອງ ເມີງ, ມີ 03 ຄົນ ຈາກ 1 ບ້ານ
    ເມືອງຫ້ວຍຊາຍ, ມີ 02 ຄົນ ຈາກ 02 ບ້ານ,
    ເມືອງຕົ້ນເຜີ້ງ, ມີ 02 ຄົນ ຈາກ 02 ບ້ານ,
  1. ບໍລິຄໍາໄຊ 11 ຄົນ
    ເມືອງປາກຊັນ, ມີ 05 ບ້ານ, 10 ຄົນ
    ເມືອງປາກກະດີງ, ມີ 01 ຄົນ
  1. ຈໍາປາສັກ 8 ຄົນ
    ນະຄອນປາກເຊ, ມີ 3 ຄົນ ຈາກ 3 ບ້ານ
    ເມືອງບາຈຽງຈະເລີນສຸກ, ມີ 1 ຄົນ
    ເມືອງໂພນທອງມີ 4 ຄົນ ຈາກ 2 ບ້ານ
  1. ສາລະວັນ 7 ຄົນ
    ເມືອງສາລະວັນ 3 ຄົນ ຈາກ 1 ບ້ານ
    ເມືອງສະໜ້ວຍ, ມີ 4 ຄົນ ຈາກ 2 ບ້ານ
  1. ໄຊສົມບູນ 4 ຄົນ ທັງໝົດແມ່ນມາຈາກ ເມືອງອະນຸວົງ
  2. ເຊກອງ 4 ຄົນ ຈາກເມືອງທ່າແຕງ

ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງແມ່ນຈາກແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 21 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 34,518 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ, ກໍາລັງປິ່ນປົວ 6,975 ຄົນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...