ປະທານາທິບໍດີ ສິງກະໂປ ເດີນທາງຮອດ ສປປລາວ ແລ້ວ

0
2462

​ໂດຍ​ຕອບ​ສະໜອງ ຕາມ​ຄຳ​ເຊີນ​ຂອງ​ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ພະນະ​ ທ່ານ ດຣ. ​ໂທ​ນີ ທານ ​ເກັງ ຢຳ ປະທານາທິບໍດີ ​ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ພ້ອມດ້ວຍ​ຄະນະ ​ໄດ້​ເດີນທາງ​ເຖິງ​ ນະຄອນຫລວງ​ວຽງຈັນ ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 11 ມັງກອນ 2017 ​​ເຊິ່ງ​ເປັນ​​ການ​ຢ້ຽມຢາມ ​ທາງ​ລັດຖະກິດ ຢູ່ ສປປ ລາວ ​ແຕ່​ວັນ​ທີ 11-14 ມັງກອນ 2017 ​​ໂດຍ​ໃຫ້​ກຽດຕ້ອນຮັບ ​ຂອງ ​ທ່ານ ຮສ.ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ ກະຊວງ​ສາທາລະນະ​ສຸກ (ລັດຖະມົນຕີ​ກຽດຕິ​ຍົດ), ພ້ອມ​ດ້ວຍ​ການ​ນຳ ​ແລະ ພະນັກງານ​ສະຖານທູດ​ສິງ​ປະ​ໂປ ​ປະຈຳ​ລາວ ຈຳນວນໜຶ່ງທີ່​ສະໜາມ​ບິນ​ວັດ​ໄຕ.

ການ​ຢ້ຽມຢາມ​​ຄັ້ງ​ນີ້ ຈະ​ມີ​ພິທີການ​ຕ້ອນຮັບ ​ຢ່າງ​ເປັນ​ທາງ​ການ ​ແລະ ການ​ພົບ​ປະ​ສອງ​ຝ່າຍ ທີ່​ນະຄອນຫລວງ​ວຽງ​ຈັນ ນອກ​ນີ້ ຄະນະ ຜູ້ແທນຍັງຈະ​​ເດີນທາງ​ຢ້ຽມຢາມ ​ສະຖານ​ທີ່​ສຳຄັນ​ຕ່າງໆ ຢູ່ ສປປ ລາວ ອີກດ້ວຍ ​ເຊິ່ງ​ເປັນ​ການປະກອບສ່ວນເພີ່ມທະວີ ແລະ ສົ່ງເສີມສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດ, ການຮ່ວມມືອັນດີງາມ ແລະ ການໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ

ຂ່າວ: ສຳນັກຂ່າວສານປະເທດລາວ