spot_img
Homeຂ່າວຕ່າງປະເທດປະທານາທິບໍດີ ສະຫະລັດ ເດີນທາງຢ້ຽມຢາມນະຄອນ ຄຽບ

ປະທານາທິບໍດີ ສະຫະລັດ ເດີນທາງຢ້ຽມຢາມນະຄອນ ຄຽບ

Published on

ໃນວັນ​ທີ 20 ກຸມພາ 2023, ທ່ານ ໂຈ ໄບເດັນ ປະທານາທິບໍດີ ສະຫະລັດ ໄດ້ໄປຢ້ຽມຢາມນະຄອນ ຄຽບ (Kiev) ເຊິ່ງ​ເປັນ​ການ​ຢ້ຽມຢາມ​ຢູ​ເຄຣນ​ເປັນ​ຄັ້ງ​ທຳ​ອິດ ຫຼັງຈາກເກີດສົງຄາມຣັດເຊຍ ແລະ ຢູເຄຣນ, ເຊິ່ງເປັນເວລາເກືອບ 1 ປີ.

ອີງຕາມການລາຍງານຂອງ ສຳນັກຂ່າວ ABC Australia ລາຍງານໃຫ້ຮູ້ວ່າ: ປະທານາທິບໍດີ ໂຈໄບເດັນ ໄດ້ສ້າງຄວາມຄວາມປະຫຼາດໃຈດ້ວຍການເດີນທາງມາຢ້ຽມຢາມນະຄອນຄຽບ ເມືອງຫຼວງຂອງ ຢູ​ເຄຣນ ໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ຂະນະນີ້ ທ່ານ ໂຈ ໄບເດັນ ກຳລັງຫາລືກັບປະທານາທິບໍດີ ໂວໂລດີດີມີ ເຊເລນສະກີ ຂອງ ຢູເຄຣນ ໃນມື້ທີ່ຢູເຄຣນລະນຶກເຖິງການເສຍຊີວິດ 107 ຄົນໃນການປະທ້ວງຕໍ່ຕ້ານລັດຖະບານເມື່ອ 9 ປີກ່ອນ.

ເຊິ່ງການທີ່ປະທານາທິບໍດີສະຫະລັດ ມາຢ້ຽມຢາມເມືອງຫຼວງ ຄຽບ ໃນຄັ້ງນີ້ກຳລັງຫາລື ກັບຜູ້ນຳຢູເຄຣນ ໃນໃຈກາງເມືອງຫຼວງຂອງສົງຄາມເຕັມຮູບແບບ ທີ່ມີຄວາມສຳຄັນ ແລະ ສະແດງອອກເຖິງສັນຍາລັກ ໂດຍນັບຕັ້ງແຕ່ເລີ່ມມີຄວາມສົງຄາມເກີດຂຶ້ນເມື່ອ 1 ປີກ່ອນ, ທາງດ້ານສະຫະລັດໄດ້ສົ່ງສັນຍານຊັດເຈນວ່າ: ສະຫະລັດ ແລະ ຊາດຕາເວັນຕົກ ຈະສະໜັບສະໜູນຢູເຄຣນຢ່າງເຕັມທີ່.

ພາຍຫຼັງຢ້ຽມຢາມຢູເຄຣນ, ທ່ານ ໂຈ ໄບເດັນ ກໍເດີນທາງໄປໂປແລນ ໃນມື້ດຽວກັນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...