spot_img
Homeຂ່າວເຫດການປະທານປະເທດ ເຂົ້າຮ່ວມພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີ ກະຊວງປ້ອງກັນປະເທດ!

ປະທານປະເທດ ເຂົ້າຮ່ວມພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີ ກະຊວງປ້ອງກັນປະເທດ!

Published on

ຂປລ. ​ໃນວັນທີ 9 ພຶດສະພາ ​​2016 ນີ້ ຢູ່ນະຄອນຫລວງວຽງຈັນ, ກະຊວງປ້ອງກັນປະເທດໄດ້ຈັດພິທີມອບ-​ຮັບ ໜ້າທີ່ໃໝ່ ລະຫວ່າງ ທ່ານ ພົນໂທແສງນວນໄຊຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້ເກົ່າ) ​ແລະ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້​​ໃໝ່) ​ໂດຍການໃຫ້ກຽດເຂົ້າຮ່ວມຂອງ  ​ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວພ້ອມນີ້ຍັງມີບັນດາຮອງ ລັດຖະມົນຕີ​, ບັນດາຄະນະນຳ ກະຊວງດັ່ງກ່າວ, ພະນັກງານແລະແຂກຖືກເຊີນ​.

ການ​ມອບ-​ຮັບໜ້າທີ່ໃໝ່ໃນຄັ້ງນີ້ ເປັນໄປຕາມການປັບປຸງ ກົງຈັກການຈັດຕັ້ງຂອງລັດຖະບານເຊິ່ງຜ່ານການເຫັນດີຈາກ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ແຕ່ງຕັ້ງ ທ່ານ ພົນໂທແສງນວນໄຊຍະລາດເປັນຮອງປະທານສະພາແຫ່ງຊາດ ແລະ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດເປັນລັດຖະມົນຕີກະຊວງປ້ອງກັນປະເທດ. ​ທັງນີ້ເພື່ອສືບຕໍ່ຊີ້ນຳນຳພາ ວຽກງານປ້ອງກັນຊາ ໃຫ້ດີຂຶ້ນເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...