spot_img
Homeຂ່າວເຫດການປະທານປະເທດ ບຸນຍັງ ວໍລະຈິດ ຕ້ອນຮັບນາຍົກລັດຖະມົນຕີ ສປຈີນ ເຂົ້າຢ້ຽມຂ່ຳນັບ

ປະທານປະເທດ ບຸນຍັງ ວໍລະຈິດ ຕ້ອນຮັບນາຍົກລັດຖະມົນຕີ ສປຈີນ ເຂົ້າຢ້ຽມຂ່ຳນັບ

Published on

ຂ​ປລ. ​ວັນ​ທີ 8 ກັນຍາ 2016 ນີ້ ທ່ານ ບຸນຍັງວໍລະຈິດປະທານປະເທດແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ລີ ​ເຄີ້ສຽງ ນາຍົກລັດຖະມົນຕີ ​ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະນະ ​ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ​​ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງອື່ນໆ ຢູ່ນະຄອນຫລວງວຽງຈັນ.

ໂອກາດ​ນີ້, ທ່ານ ບຸນຍັງວໍລະຈິດ ໄດ້ສະແດງຄວາມຍິນດີ​ຕອນ​ຮັບຕໍ່ ທ່ານ ລີ ​ເຄີ້ສຽງ ທີ່ໄດ້ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ຢູ່ນະຄອນຫລວງວຽງຈັນ ​ໃນ​ຄັ້ງ​ນີ້ ຈະ​ກາຍ​ເປັນ​ແຮງ​ຊຸກຍູ້ ທັງ​ເປັນ​ການ​ປະກອບສ່ວນສຳຄັນ ​ເຂົ້າ​​ໃນ​ການ​ເສີມ​ຂະຫຍາ​ຍ ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ ​ແລະ ​ເປັນ​ຄູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະ​ຫວ່າງສອງພັກ, ສອງລັດ ​ແລະ ປະຊາຊົນສອງ​ຊາດລາວ-​ຈີນ ​ໃຫ້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລີກ ຢ່າງແໜ້ນຍິ່ງໆຂຶ້ນ. ຖື​ເປັນ​ການ​ໃຫ້​ກຳລັງ​ໃຈ ​ແລະ ​ເປັນ​ການ​ປະກອບສ່ວນອັນ​ສຳຄັນ ໃຫ້​ແກ່ ສປປ ລາວ ທີ່​ເປັນ​ປະທານ​ອາຊຽນ,  ພ້ອມ​ທັງ​​ເປັນ​ການ​ເສີມ​ຂະຫຍາຍ​ ສາຍ​ພົວພັນການຮ່ວ​ມມືຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ໄດ້​ລົງ​ເລີກ​ໃນ​ວຽກງານ​ຕົວ​ຈິງ​ຫລາຍ​ດ້ານ.​ເຊິ່ງມີການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ອື່ນໆ ກໍ​ໄດ້​ຂະຫຍາຍຕົວ​ໄປ​ພ້ອມໆກັນ, ອັນ​ພົ້ນ​ເດັ່ນ​ແມ່ນຜົນສຳ​ເລັດຂອງ​ ການ​ສົ່ງ​ດຽວທຽມລາວ​ດວງ​ທຳ​ອິດ ຂຶ້ນ​ສູ່​ວົງ​ໂຄຈອນ ​ແລະ ​ໂຄງການ​ກໍ່ສ້າງ​ທາງ​ລົງ​ໄຟ ລາວ-​ຈີນ. ນອກ​ຈາກນັ້ນ​, ການສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫລືອ​ ໃນດ້ານຕ່າງໆຂອງ ສປ ຈີນ ​ແກ່ສປປ ລາວ ກໍ​ເພີ່ມ​ຂຶ້ນ​ທຸກໆປີ ເຊິ່ງປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ພັດທະນາ ​ເສດຖະກິດ-​ສັງຄົມ ​ລວມ​ໄປ​ເຖິງການ​ເປັນ​ປະທານ​ອາຊຽນ ຂອງ ສປປ ລາວ ​ໃນ​ຄັ້ງ​ນີ້ ​ແລະ ຫວັງ​ວ່າ ສປ ຈີນ ຈະ​ສືບ​ຕໍ່ ​ໃຫ້ການ​ສະໜັບສະໜູນຕື່ມ​ອີກ ​ໃນ​ອະນາຄົດ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປ ຈີນ ​ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນ​ຍັງ ວໍລະຈິດ ປະທານປະເທດ ທີ່​​ໄດ້​ໃຫ້​ສະຫລະ​ເວລາ​ອັນ​ມີຄ່າ​ ໃຫ້​ກຽດຕ້ອນຮັບຢ່າງ​ອົບ​ອຸ່ນໃນຄັ້ງນີ້, ພ້ອມ​ທັງຈະສືບຕໍ່ຮ່ວມ​ມື​ໃນ​ວຽກງານ​ຕ່າງໆຕໍ່ໄປໃນອະນາຄົດ ​ແລະ ​ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມຢ່າງເປັນທາງການ​ໃນ​ຄັ້ງ​ນີ້ ​​ໃຫ້ທ່ານປະທານປະເທດໄດ້ຮັບຊາບ​​.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...