ປະທານປະເທດ ບຸນຍັງ ວໍລະຈິດ ຈະເດີນທາງຢ້ຽມຢາມມຽນມາ ຢ່າງເປັນທາງການ 5 ສິງຫານີ້!

ຕາມແຈ້ງການຂອງ ສຳນັກງານປະທານປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສາທາລະນະລັດສະຫະພາບມຽນມາ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ທີ່ສາທາລະນະລັດສະຫະພາບມຽນມາ ໃນວັນທີ 5 ສິງຫາ 2016, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!