Homeຂ່າວເຫດການຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນສິງຫາ

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນສິງຫາ

Published on

ຂປລ. ກອງ​ປະ​ຊຸມ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ປະ​ຈໍາ​ເດືອນ​ສິງຫາ 2016 ​ໄດ້​ຈັດ​ຂຶ້ນ​​ແຕ່​ວັນ​ທີ 1-3 ສິງຫາ 2016 ນີ້ ​ຢູ່​ສະພາ​ແຫ່ງ​ຊາດ ​​ເພື່ອພິຈາລະນາ ແລະ ຮັບຟັງບັນຫາສໍາຄັນຕ່າງໆຈໍານວນໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ ​ປະທານ​ຂອງ​ ທ່ານ ນາງ ປານີ ຢ່າ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ມີ​ບັນດາ​ຫົວໜ້າ​ຄະນະ​ກໍາມາ​ທິການ​ຕ່າງໆ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຟັງການລາຍງານຕ່າງໆ ເປັນຕົ້ນແມ່ນຮັບຟັງການລາຍງານກ່ຽວກັບ ການປັບປຸງຮ່າງລັດຖະບັນຢັດຂອງປະທານປະເທດ ວ່າດ້ວຍພົນລະເມືອງກິດຕິມະສັກ, ລາຍງານກ່ຽວກັບ ການສັງລວມແຜນການ ຕິດຕາມກວດກາຂອງກໍາມາທິການຕ່າງໆ, ບົດລາຍງານຄວາມຄືບໜ້າຂອງ ການກະກຽມຮ່າງກົດໝາຍ ຈໍານວນ 14 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ I ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII, ລາຍ​ງານ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ​ ປະ​ຈໍາປີ 2017 ຮັບ​ຟັງ​ລາຍ​ງານ​ຜົນ​ການ​ຕິດຕາມ​ກວດກາ​ ຂົງ​ເຂດ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ ​ແລ​ະ ສິ່ງ​ແວດ​ລ້ອມ, ລາຍ​ງານ​ກ່ຽວ​ກັບ ​ການ​ກະກຽມ​ກອງ​ປະຊຸມ​ສາກົນ ​ແລະ ການ​ແຕ່ງ​ຕັ້ງ​ຄະນະ​ມິດຕະພາບ​ ສະມາຊິກ​ລັດຖະສະພາ​ ລະຫວ່າງ ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ​ ກັບ​ລັດຖະສະພາ​ຕ່າງປະ​ເທດ, ພິຈາລະນາ​ບົດ​ລາຍ​ງານ​ຂອງ​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ກ່ຽວ​ກັບ​ ພຶດຕິ​ກໍາ​ຂອງ​ລັດຖະກອນ​ຕຸລາການ​ ຂອງ​ສານ​ປະຊາຊົນ​ເຂດ 1 ​ແຂວງ​ໄຊ​ຍະ​ບູລີ, ພິຈາ​ລະນາ​ໜັງສື​ສະ​ເໜີ​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ກ່ຽວ​ກັບ ​ການ​ແຕ່ງ​ຕັ້ງ​ຍົກຍ້າຍ​ປະທານ​ສານ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ​ສານ​ປະຊາຊົນ​ສູງ​ສຸດ, ຮ່າງ​ມະຕິ​ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພະນັກງານ​ຜ່ານ​ປະຕູ​ດຽວ, ພິຈາລະນາ​ຮ່າງມະຕິ​ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ​ວ່າ​ດ້ວຍລະບຽບ​ການ​ບໍລິການ​ເອກະສານ​ຜ່ານ​ປະຕູ​ດຽວ, ພິຈາລະນາ​ມະຕິ​ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ​ ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ ​ການ​ນໍາ​ໃຊ້​ທຶນ​ຊ່ວຍ​ເຫລືອ​ລ້າ ​ພ້ອມ​ທັງພິຈາລະນາ​ວຽກ​ງານ​ກົງຈັກ​ການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ ​ພາຍ​ໃນ​ສະພາ​ແຫ່ງ​ຊາດ​ ​ແລະ ພິຈາລະນາ​ບົດ​ລາຍ​ງານ​ ການ​ສ້າງ​ແຜນ​ງົບປະມານ​ ປະ​ຈໍາ​ປີ 2017.

 

ແຫລ່ງຂ່າວ:

ຂປລ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...