Homeຂ່າວຕ່າງປະເທດໂດນັນ ທຣັບ ບອກຊາວອາເມຣິກາ ໃຫ້ເຝົ້າລະວັງ ອາດມີການໂກງການເລືອກຕັ້ງ!

ໂດນັນ ທຣັບ ບອກຊາວອາເມຣິກາ ໃຫ້ເຝົ້າລະວັງ ອາດມີການໂກງການເລືອກຕັ້ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ທ່ານ ໂດນັນ ທຣັບ ຜູ້ສະໝັກຕົວແທນພັກຣີພາບລິກັນ ຊິງຕຳແໜ່ງປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ອອກມາກ່າວໃນວັນທີ 1 ສິງຫາຜ່ານມານີ້ ທີ່ເວທີຫາສຽງ ໃນເມືອງໂກລຳບັສ ລັດໂອໄຮໂອ ຊຶ່ງທ່ານໄດ້ລະບຸວ່າ ມີຄວາມກັງວົນກ່ຽວກັບການເລືອກຕັ້ງຄັ້ງນີ້ ອາດບໍ່ເປັນທຳ ແລະ ອາດມີການໂກງການເລືອກຕັ້ງເກີດຂຶ້ນ.  ແນວໃດກໍຕາມ ທ່ານ ທຣັບ ບໍ່ໄດ້ສະແດງຫລັກຖານໃດໆ ເພື່ອມາສະໜັບສະໜູນຂໍ້ສັນນິຖານຂອງຕົນ, ແຕ່ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ ແລະ ສື່ມວນຊົນອາເມຣິກາ ເປັນຫູເປັນຕາຊ່ວຍກັນ ເພື່ອເຝົ້າລະວັງ ແລະ ກວດກາການເລືອກຕັ້ງ ຊຶ່ງຈະມີຂຶ້ນໃນວັນທີ 8 ພະຈິກ ທີ່ຈະມາເຖິງນີ້.

 

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...