spot_img
Homeຂ່າວພາຍ​ໃນປະທານປະເທດແຫ່ງ ສປປລາວ ກ່າວເປີດກອງປະຊຸມຢ່າງເປັນທາງການ

ປະທານປະເທດແຫ່ງ ສປປລາວ ກ່າວເປີດກອງປະຊຸມຢ່າງເປັນທາງການ

Published on

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 6/9/2016 ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຍັງວໍລະຈິດ ປະທານປະເທດ, ມີບັນດາປະມຸກລັດ ແລະຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

4755

ໃນບາງຕອນຂອງ ສູນທອນພົດ ກ່າວໄຂ ກອງປະຊຸມ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຍົກໃຫ້ເຫັນວ່າ: ອາຊຽນແມ່ນອົງການຈັດຕັ້ງພາກພື້ນໜຶ່ງທີ່ສຳຄັນ ເຊິ່ງໄດ້ຜ່ານສິ່ງທ້າທາຍຕ່າງໆ ແລະໄດ້ປະສົບຜົນສຳເລັດ ມາເທື່ອລະກ້າວ ຈົນກາຍເປັນປະຊາຄົມ ອາຊຽນ ໃນວັນທີ 31 ທັນວາ ປີ 2015 ເປັນຕົ້ນມາ. ບັນດາຜົນສຳເລັດຂອງອາຊຽນ ໃນ 5 ທົດສະຫວັດທີ່ຜ່ານມາ ແມ່ນໝາກຜົນ ຂອງການຮ່ວມມືກັນພາຍໃນອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກ ໂດຍຜ່ານກົນໄກ ທີ່ອາຊຽນລິເລີມຂຶ້ນ ຕາມວິຖີທາງ ອາຊຽນ ແລະສອດຄ່ອງກັບຈຸດພິເສດ ແລະລັກສະນະສະເພາະຂອງພາກພື້ນ.

6889

ສປປລາວ ຕີລາຄາສູງ ຕໍ່ຜົນສຳເລັດ ທີ່ອາຊຽນຍາດມາໄດ້ ໃນໄລຍະທີ່ຜ່ານມາ ແລະພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສະມາຊິກ ຂອງຄອບຄົວອາຊຽນ ທີ່ຫລາກຫລາຍ, ແຕ່ຍຶດໝັ້ນໃນວິຖີທາງຂອງອາຊຽນ ກໍ່ຄືບັນດາຫລັກການອາຊຽນ ແລະຢູ່ຮ່ວມກັນເພື່ອຮ່ວມກັນປົກປັກຮັກສາ ແລະສົ່ງເສີມສັນຕິພາບ ໃນອາຊຽນ ແລະ ໃນໂລກ.

ຄຽງຄູ່ກັນນີ້ອາຊຽນກໍ່ຕ້ອງສຶບຕໍ່ຍຶດໝັ້ນໃນບັນດາຫຼັກການ ຂອງອາຊຽນ, ສົ່ງເສີມຄວາມສຳຄັນ ແລະຄວາມຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ຕາມວິຖີທາງອາຊຽນ ແລະສອດຄ່ອງກັບຈຸດພິເສດ ແລະລັກສະນະສະເພາະຂອງພາກພື້ນອາຊຽນ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊຽນ ທີ່ເຂັ້ມແຂງ ອີງໃສ່ລະບຽບຫລັກການເປັນພື້ນຖານ, ຕາມທິດປະຊາຊົນ ແລະປະຊາຊົນເປັນແກນກາງ. ໃນຂະນະດຽວກັນພວກເຮົາ ກໍ່ພ້ອມກັນພັດທະນາເສດຖະກິດໃຫ້ມີຄວາມກ້າວໜ້າ, ໝັ້ນທ່ຽງ, ຍືນຍົງ ແລະມີການເຊື່ອມໂຍງໃນລະດັບສູງ, ສົ່ງເສີມຂະຫຍາຍການເຊື່ອມຈອດອາຊຽນ ກໍ່ຄືການເພີ່ມທະວີ ຄວາມພະຍາຍາມ ໃນການຮັດແຄບ ຄວາມແຕກໂຕນທາງດ້ານການພັດທະນາພາຍໃນອາຊຽນ ໂດຍຜ່ານກົນໄກຕ່າງໆ ລວມທັງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ.

 

ທີ່ມາຈາກ: ສຳນັກຂ່າວເອບີຊີລາວ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...