spot_img
Homeຂ່າວພາຍ​ໃນປະທານປະເທດມອບສານຕາຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດລາວຄົນໃຫມ່

ປະທານປະເທດມອບສານຕາຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດລາວຄົນໃຫມ່

Published on

tue25mar8

ທ່ານ ຈູມມາລີ ໄຊຍະ ສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງໃຫ້ ທ່ານ ອ້ວນ ພົມມະຈັກ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະ ຈຳ ສາທາລະນະລັດ ຝຣັ່ງ ທີ່ ມີສຳນັກງານຕັ້ງຢູ່ນະຄອນ ຫຼວງປາຣີ ແລະ ທ່ານ ດຣ. ຂຽນ ພັນສຸຣິວົງ ເພື່ອດຳລົງ ຕຳແໜ່ງເປັນເອກອັກຄະລັດ ຖະທູດ   ແລະ   ຜູ້ຕາງໜ້າຖາ ວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ນະຄອນນິວຢ໋ອກ.
ໃນໂອກາດນີ້, ທ່ານປະ ທານປະເທດໄດ້ໃຫ້ກຽດໂອ້ ລົມແກ່ບັນດາທ່ານເອກອັກ ຄະລັດຖະທູດ ທີ່ຈະໄປປະຕິ ບັດໜ້າທີ່ທັງສອງທ່ານກ່ຽວ ກັບການເຄື່ອນໄຫວວຽກງານ ການທູດຕາມນະໂຍບາຍ ການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບແລະ ການຮ່ວມມືຂອງ ສປປ ລາວ, ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນອັນດີງາມທີ່ມີຢູ່ ແລ້ວລະຫວ່າງ ສປປ ລາວ ແລະ ສ.ຝຣັ່ງ ກັບ ລະຫວ່າງ ສປປ ລາວ ກັບ ອົງການສະ ຫະປະຊາຊາດໃຫ້ນັບມື້ເກີດ ດອກອອກຜົນຍິ່ງໆຂື້ນ.

 

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...