spot_img
Homeຂ່າວທ້ອງຖິ່ນປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

Published on

ຫາງສຽງຂອງສັງຄົມສ່ວນຫຼາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ, ເຊິ່ງມີທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ແລະ ຫວຍພັດທະນາ ແມ່ນອອກ 2 ຄັ້ງຕໍ່ອາທິດ ເຊິ່ງເຫັນວ່າອອກຫວຍຫຼາຍໂພດ ເປັນການເບື່ອເມົາເກີນໄປ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດໄດ້ມີຄຳເຫັນ ແລະ ສັງລວມຄຳສະເໜີຂອງປະຊາຊົນຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງເພື່ອພິຈາລະນາ, ຜ່ານການເຄື່ອນໄຫວຕິດຕາມກວດກາ ປະຈໍາປີ 2020 ເຫັນວ່າມີຫລາຍບັນຫາທີ່ສຳຄັນ, ໃນນັ້ນຫາງສຽງຂອງສັງຄົມສ່ວນຫລາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ.

ນາງ ຄຳຈັນ ພົມແສງສະຫວັນ ຍັງໃຫ້ຮູ້ອີກວ່າ: ນອກຈາກການອອກຫວຍຫຼາຍຄັ້ງແລ້ວ, ປະຊາຊົນສະເໜີໃຫ້ມີການຄວບຄຸມລາຄາສິນຄ້າອຸປະໂພກ, ບໍລິໂພກ ຢູ່ທ້ອງຕະຫຼາດ ທີ່ຖີບຕົວສູງຂຶ້ນ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ສະເໜີໃຫ້ພິຈາລະນາຍົກລະດັບເງິນເດືອນລັດຖະກອນຂຶ້ນຕື່ມ, ເຊິ່ງເປັນເຫດຜົນໜຶ່ງ ເພື່ອແກ້ໄຂບັນຫາຫຍໍ້ທໍ້ໃນຖັນແຖວພະນັກ ງານ-ລັດຖະກອນ ໃນການເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ຈັນຍາບັນຂອງພະນັກງານ ແລະ ອື່ນໆ; ພ້ອມກັນນີ້, ບັນດາຜູ້ຊົງຄຸນວຸທິ, ຊັ້ນຄົນປັນຍາຊົນຫຼາຍທ່ານມີຄວາມເປັນຫ່ວງຕໍ່ ການພັດທະນາການສຶກສາຢູ່ຊົນນະບົດ ທີ່ຄູສອນມີຄວາມຕັ້ງໃຈດີ, ມີຄວາມເສຍສະຫລະ ແຕ່ເງື່ອນໄຂອື່ນບວກກັບປະສົບການສິດສອນ ເຫັນວ່າຍັງມີຂໍ້ຈໍາກັດ, ຄູຜູ້ໜຶ່ງສອນຫຼາຍຫ້ອງ, ຄູອາສາສະໝັກປະສົບການການສອນບໍ່ຫຼາຍ ມີຫຍຸ້ງຍາກດ້ານຊີວິດການເປັນຢູ່ ເພາະບໍ່ມີເງິນເດືອນ ແລະ ອື່ນໆ. ສະນັ້ນ, ຂໍໃຫ້ການຈັດຕັ້ງພັກ-ລັດ ກໍຄື ຂະແໜງການກ່ຽວຂ້ອງເອົາໃຈໃສ່ ຈັດເປັນບູລິມະສິດໃນການແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ ໂດຍສຸມໃສ່ເປັນບ້ານ, ເປັນເມືອງ ເຂດຊົນນະບົດເປັນຕົ້ນຕໍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...