spot_img
Homeຂ່າວວັກຊີນປ້ອງກັນໂຄວິດ-19ປະຊາຊົນບ້ານນາເປາະ ເມືອງພີນ ພ້ອມໃຈສັກວັກຊີນປ້ອງກັນພະຍາດໂຄວິດ 19

ປະຊາຊົນບ້ານນາເປາະ ເມືອງພີນ ພ້ອມໃຈສັກວັກຊີນປ້ອງກັນພະຍາດໂຄວິດ 19

Published on

ໃນວັນທີ 13 ກໍລະກົດ 2022 ທີ່ຜ່ານມາ ຢູ່ຈຸດສັກວັກຊິນປ້ອງກັນພະຍາດໂຄວິດ 19 ຂອງ ບ້ານບືງທະເລ ເມືອງພະລານໄຊ ແຂວງສະຫວັນນະເຂດ ປະຊາຊົນພາຍໃນບ້ານ ໃຫ້ຄວາມ ສົນໃຈພາກັນໄປສັກວັກ ຊິນປ້ອງກັນພະຍາດໂຄວິດ 19 ຫລາຍພໍສົມຄວນ ເຊຶ່ງມີທັງໝົດ 44 ຄົນ, ໃນນີ້ເຂັມທີ 1 ສັກໄດ້ 8 ຄົນ, ເຂັມທີ 2 ສັກໄດ້ 10 ຄົນ, ເຂັມທີ 3 ຫລື ເຂັມກະຕຸ້ນ 11 ຄົນ ແລະ ເຂັມທີ 4 ມີ 8 ຄົນ.

ທ່ານໝໍ ສົມບູນ ປ້ອງພີນຄໍາ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງພະລານໄຊ ກ່າວວ່າ: ຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ຢູ່ເມືອງພະລານໄຊໃຫ້ປະຊາຊົນໄດ້ເລີ່ມມາຕັ້ງແຕ່ ວັນທີ 11 ມີນາ 2021 ເປັນຕົ້ນມາ ໜ່ວຍງານສັກ ວັກຊິນເຄື່ອນທີ່ ຂອງຫ້ອງການ ສາທາລະນະສຸກ ເມືອງໄດ້ນໍາ ພາຄະນະສື່ມວນ ຊົນລົງມາຕິດຕາມ ຂະບວນການສັກວັກຊິນປ້ອງກັນພະຍາດ ໂຄວິດ 19 ໃຫ້ປະຊາຊົນຢູ່ພາຍໃນບ້ານບຶງທະເລໃນວັນທີ 13 ກໍລະກົດ 2022 ຂະບວນການສັກວັກຊິນປ້ອງກັນ ໂຄວິດ-19 ຜ່ານມາ ເຄີຍໄດ້ ເຮັດຫລາຍ ຮອບເປັນຕົ້ນ:

ຮອບຕະລຸມບອນ, ຮອບປົກກະຕິ ແລະ ຮອບວັນສັກຢາກັນພະ ຍາດແຫ່ງຊາດ ຫລື ວສຊ ຕິດພັນກັບການຕິດຕາມເຝົ້າລະວັງ ໂດຍອີງໃສ່ການແຈ້ງການໃຫ້ປະຊາຊົນ ແຕ່ລະບ້ານ ໄດ້ຮັບຮູ້ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ປະເທດເຮົາກໍ່ຄືແຂວງ ໂດຍສະ ເພາະຂັ້ນເມືອງ ແນໃສ່ໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງ ຮັກສາໄລຍະຫ່າງ, ຕະຫອດຮອດການ ອະນາໄມຕົນເອງພິເສດກໍ່ແມ່ນແນໃສ່ເຮັດໃຫ້ປະຊາຊົນໄດ້ຮັບວັກຊິນຢ່າງທົ່ວເຖິງ.

 

ສຳລັບ ບ້ານບືງທະເລ ເມືອງພະລານໄຊ ແຂວງສະຫວັນນະເຂດມີ ພົນລະເມືອງທັງໝົດ 1.970 ກວ່າ ຄົນ, ຍິງ 964 ຄົນ, ມີ 266 ຫລັງຄາເຮືອນ 357 ຄອບຄົວ, ປະຊາຊົນສ່ວນໃຫຍ່ຖືເອົາຊີບເຮັດນາ ສວນ ແລະ ລ້ຽງສັດ ເປັນຕົ້ນ: ງົວ ຄວາຍແລະ ຄ້າຂາຍຈໍານວນໜຶ່ງ.ສ່ວນອັດຕາການສັກວັກຊິນຂອງ ປະຊາຊົນເຂັມທີ 1 ສັກໄດ້ 631 ຄົນ, ກວມເອົາຫລາຍກວ່າ 60 ສ່ວນຮ້ອຍ, ເຂັມ 2 ສັກໄດ້ຫລາຍ ກວ່າ 630 ຄົນ, ກວມເອົາ 60 ສ່ວນຮ້ອຍ ແລະ ເຂັມກະຕຸ້ນກວມເອົາຫລາຍກວ່າ 50 ສ່ວນ ຮ້ອຍ.%

ຂໍ້ມູນ: Lao National Radio

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...