spot_img
Homeຂ່າວທ້ອງຖິ່ນປະຊາຊົນຈົ່ມທຸກ! ຂີ່ຝຸ່ນທາງໜອງພະຍາ ສ້າງຄວາມເດືອດຮ້ອນ ແລະ ຄອງຄອຍການສ້ອມແປງ!

ປະຊາຊົນຈົ່ມທຸກ! ຂີ່ຝຸ່ນທາງໜອງພະຍາ ສ້າງຄວາມເດືອດຮ້ອນ ແລະ ຄອງຄອຍການສ້ອມແປງ!

Published on

ປັດຈຸບັນນີ້, ໃນແຕ່ລະຊົ່ວໂມງ ປະຊາຊົນຜູ້ອາໄສຢູ່ສອງຝາກທາງໜອງພະຍາ (ແຕ່ໄຟແດງຕາມມີໄຊ ອອກໄປໃສ່ເສັ້ນທາງ 13 ເໜືອ) ແລະ ຜູ້ທຽວທາງດັ່ງກ່າວ ຕ່າງກໍຕ້ອງໄດ້ທົນທຸກຈາກຂີ້ຝຸ່ນ ປິວໄຫ່ງຢູ່ຕະຫລອດເວລາ, ຍ້ອນການເປ່ເພຊຸດໂຊມຂອງເສັ້ນທາງດັ່ງກ່າວ ແລະ ກໍຫລາຍຄັ້ງແລ້ວ ທີ່ປະຊາຊົນ ແລະ ອຳນາດການປົກຄອງ ໄດ້ນຳສະເໜີໃຫ້ຂະແໜງກ່ຽວຂ້ອງ, ໂດຍ ສະເພາະ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ເພື່ອມີວິທີແກ້ໄຂ ແຕ່ກໍມິດຊ້ອຍມ້ອຍປານຫອຍໄຂ່, ປະໃຫ້ປະຊາຊົນ ແລະ ຜູ້ທຽວທາງສາຍນີ້ ຕ້ອງທົນທຸກໄປ ໂດຍບໍຮູ້ວ່າເມື່ອໃດ ຈະຈັດການກໍ່ສ້າງປັບປຸງ, ດັ່ງປະຊາຊົນຄອບຄົວໜຶ່ງ ທີ່ອາໄສຢູ່ແຄມທາງດັ່ງກ່າວ ສະແດງຄວາມໝົດຫວັງອອກມາວ່າ: ປັດຈຸບັນຄອບຄົວ ຈະຕ້ອງໄດ້ປິດປະຕູຢູ່ຕະຫລອດເວລາ, ພາຍຫລັງເສັ້ນທາງສາຍນີ້ເປ່ເພຮ້າຍແຮງລົງ, ຍາມຝົນກໍໄດ້ທົນທຸກກັບຄວາມເປື້ອນເປັນບວກເປັນຕົມ, ຕົກແລ້ງມາກໍແມ່ນຂີ້ຝຸ່ນ, ເຄື່ອງຂອງເປີດອອກມາກໍບໍໄດ້ຂາຍ ຈຳເປັນປິດປະຕູ ແລະ ບໍຮູ້ວ່າຄວາມຫຍຸ້ງຍາກດ່ັງກ່າວ, ດົນປານໃດຈິ່ງຈະໄດ້ຮີບການແກ້ໄຂ, ເຊິ່ງຜ່ານມາ ກໍໄດ້ຍິນຂ່າວຫລາຍບໍລິສັດຍັກໃຫຍ່ ເພິ່ນຈະມາຮັບເໝົາປົວແປງແລ້ວ ໃນທີ່ສຸດກໍມິດຈ້ອຍໄປ, ຢ່າງບໍຮູ້ຕົ້ນ  ປາຍສາຍເຫດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...