spot_img
Homeຂ່າວພາຍ​ໃນປະກອບຄຳເຫັນໃສ່ຮ່າງກົດໝາຍແກ້ໄຂຄຳຮ້ອງທຸກ

ປະກອບຄຳເຫັນໃສ່ຮ່າງກົດໝາຍແກ້ໄຂຄຳຮ້ອງທຸກ

Published on

121220111541240
ກອງປະຊຸມຄົບຄະນະຂອງກຳມາທິການກົດໝາຍສະພາແຫ່ງຊາດ ປະຈຳປີ 2012-2013 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 13-14
ກຸມພາ 2013 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ດາວອນ ຫວ່າງວິຈິດ ກຳມະການຄະນະປະຈຳ ປະທານ
ກຳມາທິການກົດໝາຍ ໃຫ້ກຽດເຂົ້າຮ່ວມມີທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ປະທານ ແລະ ຮອງປະທານ
ກຳມາທິການຂອງ ສພຊ ຄະນະ ສສຊ ເພດຍິງ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 10 ສສຊ ສັງກັດກຳມາທິການກົດ
ໝາຍ ແລະ ພາກສ່ວນກ່ຽວຂ້ອງ.
ກອງປະຊຸມຄັ້ງນີ້ ເພື່ອປະກອບຄຳເຫັນໃສ່ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2012 ແລະ ທິດທາງແຜນການວຽກງານ
ປະຈຳປີ 2013 ຂອງກຳມາທິການກົດໝາຍ ໂດຍສະເພາະແມ່ນວຽກງານສ້າງ ແລະ ປັບປຸງກົດໝາຍການໂຄສະນາ ເຜີຍແຜ່ກົດ
ໝາຍ ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ການອະທິບາຍ ແລະ ຕີຄວາມໝາຍຂອງກົດ
ໝາຍ ລວມທັງວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ສັນຊາດ ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງປັບປຸງກົດໝາຍວ່າດ້ວຍ
ການແກ້ໄຂຄຳຮ້ອງທຸກ ເພື່ອເປັນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII
ທີ່ຈະໄຂຂຶ້ນໃນເດືອນມິຖຸນາທີ່ຈະມາເຖິງນີ້.
ທີ່ມາ:www.vientianemai.net

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...