spot_img
Homeຂ່າວພາຍ​ໃນປກສ ແຂວງຜົ້ງສາລີ ມອບຜູ້ຖືກຫາຊາວຈີນທີ່ລັກລອບເຂົ້າເມືອງສົ່ງໃຫ້ເຈົ້າໜ້າທີ ສປ ຈີນ

ປກສ ແຂວງຜົ້ງສາລີ ມອບຜູ້ຖືກຫາຊາວຈີນທີ່ລັກລອບເຂົ້າເມືອງສົ່ງໃຫ້ເຈົ້າໜ້າທີ ສປ ຈີນ

Published on

ໃນຕອນເຊົ້າຂອງວັນທີ 20 ກູມພາ 2023 ຢູ່ທີດ່ານສາກົນລານຕຸ້ຍເຂດຫຼັກໝາຍທີ 7 ຊາຍແດນລາວ-ຈີນ ເມືອງ ຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບພົນລະເມືອງຊາວຈີນຈຳນວນ 25 ຄົນ ໃນນັ້ນມີ ຜູ້ຍິງ 2 ຄົນ ທີ່ເດີນທາງເຂົ້າມາ ສປປ ລາວ ຜິດກົດໝາຍຄືນໃຫ້ເຈົ້າໜ້າທີ ສປ ຈີນ ນຳກັບຄືນປະເທດເພື່ອນຳໄປສຶກສາອົບຮົມ.

อาจเป็นรูปภาพของ 3 คน, ผู้คนกำลังยืน และ กลางแจ้ง

ໃນພິທີທ່ານ ບູນທອນ ສີໄຄຍົງ ຮອງຫົວໜ້າພະແນກສັນຕິບານ ປກສ ເມືອງ ຍອດອູ ໄດ້ໃຫ້ຮູ້ວ່າໃນລະຫວ່າງວັນທີ 18 ກຸມພາ 2023 ນີ້ໄດ້ກວດພົບຄົນຈີນຈຳນວນ 25 ຄົນ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ໂດຍເຂົ້າມາຕາມເສັ້ນທາງນ້ອຍ.

อาจเป็นรูปภาพของ 1 คน

ດັ່ງນັ້ນ ປກສ ເມືອງຍອດອູ ລົງຕິດຕາມກວດກາ ແລະ ພົບເຫັນພົນລະເມືອງຈີນ ຈຳນວນ 25 ຄົນ ຈື່ງໄດ້ກັກຕົວໃນຂໍ້ຫາກະທຳຜິດທາງກົດໝາຍວ່າດ້ວຍການຄຸ້ມຄອງພົນລະເມືອງຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ມາດຕາ 52 ຂໍ້ຫ້າມສໍາລັບຄົນຕ່າງປະເທດທີ່ລັກລອບເດີນທາງເຂົ້າອອກເມືອງຜິດກົດໝາຍ.

อาจเป็นรูปภาพของ 4 คน, ผู้คนกำลังยืน, กลางแจ้ง และ ข้อความ

ພາຍຫຼັງໄດ້ສືບສວນ ສອບສວນຢ່າງຈະແຈ້ງ ຈຶ່ງຮູ້ວ່າພົນລະເມືອງຊາວຈີນຈຳນວນດັ່ງກ່າວ ມີຈຸດປະສົງຈະເດີນທາງເຂົ້າມາທ່ຽວແຕ່ບໍ່ມີເອກະສານຢັ້ງຢືນຄົບຖ້ວນ ດັ່ງນັ້ນເຈົ້າໜ້າທີ່ຈື່ງໄດ້ກັກຕົວໄວ້ກ່ອນ ແລະ ໄດ້ນຳມາມອບຄືນໃຫ້ເຈົ້າໜ້າທີ ສປຈີນ ນຳໄປສຶກສາອົບຮົມ ເພື່ອບໍ່ໃຫ້ມີການກະທຳຜິດຊໍ້າອີກ.

ຂ່າວ Media Laos

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...