spot_img
Homeຂ່າວພາຍ​ໃນປກສ ແຂວງຄຳມ່ວນມ້າງເປົ້າຫມາຍຄ້າຢາເສບຕິດໄດ້ 3 ຄົນ ພ້ອມຢາບ້າເກືອບ 6.000 ເມັດ

ປກສ ແຂວງຄຳມ່ວນມ້າງເປົ້າຫມາຍຄ້າຢາເສບຕິດໄດ້ 3 ຄົນ ພ້ອມຢາບ້າເກືອບ 6.000 ເມັດ

Published on

ເຈົ້າຫນ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ມ້າງເປົ້າຫມາຍຄ້າຂາຍຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງຢາບ້າເກືອບ 6.000 ເມັດ ໃນເວລາ 15:00 ໂມງ ຂອງວັນທີ 13 ກໍລະກົດ 2022 ຜ່ານມາ, ເຊິ່ງຈັບໄດ້ໃນຂະນະທີ່ກໍາລັງນັດສົ່ງຢາເສບຕິດ ຢູ່ເສັ້ນທາງເຂດບ້ານສຸກສະຫວັນ ເມືອງທ່າແຂກ.

ເຈົ້າຫນ້າທີ່ວິຊາສະເພາະ ເປີດເຜີຍວ່າ: ພາຍຫຼັງສືບຮູ້ວ່າເປົ້າຫມາຍ ຈະມີການຈັດສົ່ງຢາເສບຕິດ, ຈາກນັ້ນ ກໍໄດ້ນໍາກໍາລັງເຈົ້າຫນ້າທີ່ເຂົ້າສະກັດ ແລະ ຈັບຕົວເປົ້າຫມາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ຊື່ ທ້າວ ໂຕ່ງ (ຈອນ) ອາຍຸ 59 ປີ ຢູ່ ບ້ານສຸກສະຫວັນ ເມືອງທ່າແຂກ ພ້ອມທັງກວດຄົ້ນພົບເຫັນຂອງກາງຢາບ້າ ຈໍານວນ 1.988 ເມັດ.

ຈາກການສອບສວນ ຜູ້ກ່ຽວຮັບສາລະພາບຕື່ມອີກວ່າ ຢາບ້າຈໍານວນດັ່ງກ່າວ ແມ່ນຊື້ມາຈາກ ນາງ ແດງ ອາຍຸ 29 ປີ ພັກເຊົາຢູ່ບ້ານສຸກສະຫວັນ. ດັ່ງນັ້ນ ໃນເວລາ 16:20 ໂມງ ຂອງວັນດຽວກັນ ເຈົ້າຫນ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດຄົ້ນເຮືອນທີ່ພັກເຊົາ ພົບເຫັນຂອງກາງຢາບ້າທີ່ລຸກເຊື່ອງໄວ້ໃນກະເປົາເຄື່ອງ ຈໍານວນ 2 ມັດ ເທົ່າກັບ 4.000 ເມັດ.

ຕໍ່ມາໃນເວລາ 9:00 ໂມງ ຂອງວັນທີ 14 ກໍລະກົດ 2022, ເຈົ້າຫນ້າທີ່ວິຊາສະເພາະ ຈຶ່ງໄດ້ຂະຫຍາຍ ຜົນເຂົ້າກັກຕົວ ທ້າວ ອ້ວນ ອາຍຸ 29 ປີ ຢູ່ບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ ທີ່ຮ່ວມໃນຂະບວນການດຽວກັນ ມາດໍາເນີນຄະດີຕາມກົດຫມາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...