ປກສ ເມືອງໄຊທານີ ກັກຕົວ ຜູ້ກໍ່ເຫດປຸ້ນຊັບ

0
607

ອີງຕາມການລາຍງານ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກັກຕົວຜູ້ກໍ່ເຫດປຸ້ນຊັບຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ຄື: ທ້າວ ພັກສະນະ ຫຼື ນະ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານ ໂພນໄຮ່ຄໍາ ເມືອງໄຊທານີ ດໍາເນີນຄະດີ.
ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ ໃນວັນທີ 3 ກັນຍາ 2022ເຈົ້າໜ້າທີ່ ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ ແລະ ກໍານົດເປົ້າໝາຍກໍ່ເຫດປຸ້ນຊັບຄັ້ງນີ້ ຮອດວັນທີ 21 ຕຸລາ 2022, ຈິ່ງໄດ້ເຂົ້າກັກຕົວ ທ້າວ ພັກສະນະ ຫຼື ນະ ມາດໍາເນີນຄະດີ ສ່ວນຜູ້ຮ່ວມຂະບວນການ ອີກ 1 ຄົນ ແມ່ນໄດ້ເອົາຕົວຫຼົບໜີ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ພັກສະນະ ຫຼື ນະ ໄດ້ຮັບສາລະພາບວ່າ: ໃນວັນທີ 3 ກັນຍາ 2022 ຕົນ ແລະ ໝູ່ໄດ້ໄປຫຼີ້ນຮ້ານອາຫານແຫ່ງໜຶ່ງ ຢູ່ເຂດເມືອງໄຊທານີ ສັງເກດເຫັນແມ່ຍິງ 2 ຄົນ ໄປຫຼີ້ນຢູ່ຮ້ານດຽວກັນ ກໍາລັງຈະກັບບ່ອນພັກເຊົາ ຕົນ ແລະ ໝູ່ກໍໄດ້ຕິດຕາມ ຈົນມາຮອດບ່ອນພັກເຊົາ ຈິ່ງໄດ້ປຸ້ນເອົາຊັບສິນ ເຊິ່ງລວມມີ ລົດຈັກ ເວບຮ້ອຍ 1 ຄັນ ພ້ອມເງິນກີບ 4.900.000 ກີບ ຈາກນັ້ນເອົາລົດຈັກໄປຂາຍ ໄດ້ເງິນມາ ກໍ່ແບ່ງເຄິ່ງກັບໝູ່ ແລະ ຕົນເອງໄດ້ເອົາຕົວຫຼົບໜີໄປຢູ່ຕ່າງແຂວງ ພາຍຫຼັງກັບມາ ນະຄອນຫຼວງວຽງຈັນ ກໍ່ຖືກເຈົ້າໜ້າທີ່ກັກຕົວ. ຕໍ່ກັບຄະດີດັ່ງກ່າວ ປັດຈຸບັນເຈົ້າໜ້າທີ່ພວມເລັ່ງດໍາເນີນຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ