spot_img
Homeຂ່າວພາຍ​ໃນປກສ ບໍ່ແກ້ວ ກວດພົບຢາບ້າ 6 ລ້ານເມັດໃນລົດ

ປກສ ບໍ່ແກ້ວ ກວດພົບຢາບ້າ 6 ລ້ານເມັດໃນລົດ

Published on

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2023 ເວລາປະມານ 5 : 00 ໂມງ ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ຕັ້ງຈຸດກວດກາຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ໄດ້ສົມທົບກັບເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງ ກວດພົບລົດກະບະ ໂຕໂຍຕ້າ ຣີໂວ້ ສີຂາວ ໝາຍເລກທະບຽນ ກວ 1466 ກຳແພງນະຄອນ ໃນນັ້ນ ກວດພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 24 ເປົາ ເທົ່າກັບ 3000 ມັດ, ມີ 6.000.000 ເມັດ, ນໍ້າໜັກ 672 ກິໂລກຼາມ ຊຸກເຊື່ອງຢູ່ພາຍໃນລົດຄັນດັ່ງກ່າວ ສ່ວນເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ.

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະພວມດໍາເນີນຊອກຫາຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍ.

อาจเป็นรูปภาพของ กลางแจ้ง

ຂ່າວ ປກສ ບໍ່ແກ້ວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...