spot_img
Homeຂ່າວພາຍ​ໃນປກສ ກຸ່ມເພຍວັດ ຈັບກຸມໄວລຸ້ນ 32 ຄົນ ມົ້ວສຸມຢາເສບຕິດ ຢູ່ໂຮງແຮມ

ປກສ ກຸ່ມເພຍວັດ ຈັບກຸມໄວລຸ້ນ 32 ຄົນ ມົ້ວສຸມຢາເສບຕິດ ຢູ່ໂຮງແຮມ

Published on

ຕາມການລາຍງານຂອງເພຈ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານວ່າ ເວລາປະມານ 23:30 ໂມງ ຂອງວັນທີ 04 ຕຸລາ 2021 ປກສ ກຸ່ມເພຍວັດ ສົມທົບກັບກອງພັນປ້ອງກັນເຄື່ອນທີ່ ປກສ ນວ ແລະ ກອງບັນຊາການ ປ້ອງກັນເຄື່ອນທີ່ ກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າແກ້ໄຂກຸ່ມໄວລຸ້ນມົ້ວສຸມເສບຢາເສບຕິດ ແລະ ດື່ມເຫຼົ້າ, ເບຍ ທີ່ລະເມີດຕໍ່ແຈ້ງການ 37/ຈນວ ລົງວັນທີ 30 ກັນຍາ 2021 ຢູ່ໂຮງແຮມໂຄ້ງຄຳ ຈຳນວນ 32 ຄົນ, ຍິງ 13 ຄົນ, ຢຶດປືນສັ້ນ 03 ກະບອກ ພ້ອມລູກກະສູນ 40 ລູກ ແລະ ຢາໄອຈໍານວນ 14 ຖົງນ້ອຍ ສ່ົງໃຫ້ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ແລະ ກອງບັນຊາການ ປ້ອງກັນເຄືື່ອນທີ່ ກະຊວງ ປກສ ແກ້ໄຂ.

ຜ່ານການກວດກາພົບເຫັນມີການມົ້ວສຸມສີ່ງເສບຕິດປະເພດຢາໄອ ແລະ ດື່ມເບຍ ຢູ່ 2 ຫ້ອງຄື: ຫ້ອງທີ 1 ພົບເຫັນໄວລຸ້ນ ຈຳນວນ 8 ຄົນ, ຍິງ 2 ຄົນ ພ້ອມຂອງກາງຄະດີມີ: ປືນສັ້ນ 03 ກະບອກ, ລູກກະສູນ 40 ລູກ ແລະ ຢາໄອ ຈໍານວນ 14 ຖົງນ້ອຍ, ຫ້ອງທີ 2 ພົບເຫັນໄວລຸ້ນ ຈຳນວນ 24 ຄົນ, ຍີງ 11ຄົນ, ເປັນຄົນຈີນ 13 ຄົນ ດື່ມເຫຼົ້າເບຍ ແລະ ມີຢາໄອໄວ້ຄອບຄອງ ຈຳນວນ 05 ຖົງນ້ອຍ, ຈິ່ງໄດ້ເຂົ້າຄຸມຕົວພວກກ່ຽວ ແລ້ວນໍາສົ່ງໃຫ້ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ແລະ ກອງບັນຊາການ ປ້ອງກັນເຄືື່ອນທີ່ ກະຊວງ ປກສ ສອບສວນເບື້ອງຕົ້ນ ແລະ ນຳຕົວພວກກ່ຽວໄປກັກກັນ ໃຫ້ຄົບ 14 ວັນ ຕາມມາດຕະການປ້ອງກັນພະຍາດໂຄວິດ ແລະ ເພື່ອກວດຫາເຊື້ອພະຍາດ, ຫຼັງຈາກຄົບກໍານົດຈິ່ງຈະນຳຕົວມາດຳເນີນຄະດີ ຕາມລະບຽບກົດໝາຍ; ການກັກຕົວຄັ້ງນີ້ ພວກກ່ຽວຈະໄດ້ຮັບຜິດຊອບຄ່າໃຊ້ຈ່າຍການກິນຢູ່ເອງທັງໝົດ ເພາະເປັນການກະທໍາໂດຍເຈດຕະນາ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ແລະ ທຸກຄົນໃນສັງຄົມ ໃຫ້ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸ້ມ ການແຜ່ລະບາດພະຍາດ ຖ້າພົບເຫັນເຈົ້າຂອງຫົວໜ່ວຍທຸລະກິດ ຍັງເມີນເສີຍ, ປະມາດຂາດສະຕິ, ບໍ່ເຄົາລົບກົດໝາຍ, ຄໍາສັ່ງ ແລະ ແຈ້ງການ ໃນການຄວບຄຸ້ມການແຜ່ລະບາດພະຍາດ ຈະຖືກນໍາໃຊ້ມາດຕະການ ໂດຍບໍ່ມີຂໍ້ຍົກເວັ້ນ, ສ່ວນຜູ້ໄປມົ້ວສຸມ, ຊຸມແຊວ ຫຼື ກະທໍາຜິດກົດໝາຍ ກໍຖືກນຳຕົວໄປກັກກັນ ພ້ອມທັງຮັບຜິດຊອບໃນການໃຊ້ຈ່າຍ, ຢູ່ກິນພັກເຊົາ ແລະ ປິ່ນປົວດ້ວຍຕົນເອງ ຖ້າພົບເຫັນຫົວໜ່ວຍທຸລະກິດໃດ ຍັງລະເມີດຕໍ່ແຈ້ງການ, ຄໍາສັ່ງ ສາມາດແຈ້ງ ມາເບີວ໋ອດແອບ 020: 28879 9774 ຫຼື ທາງເຟັສບຸກ ປກສ ນວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...