spot_img
Homeຂ່າວພາຍ​ໃນປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ

ປກສ ກຸ່ມບ້ານໂດນ ສຶກສາອົບຮົມເປົ້າໝາຍ ມົ້ວສຸມຢາເສບຕິດ 12 ຄົນ

Published on

ໃນວັນທີ 14 ມີນາ 2023, ປກສ ກຸ່ມບ້ານໂດນ ໄດ້ສົມທົບກັບການຈັດຕັ້ງບ້ານທ່າກອກ ແລະບ້ານທຸ່ນລົວ ຈັດພິທີສຶກສາອົບຮົມເປົ້າໝາຍມົ້ວສຸມຢາເສບຕິດ ( ຢາບ້າ ) ຈໍານວນ 12 ຄົນ ທີ່ວັດບ້ານທ່າກອກ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໃນພິທີ ພັຕ ສຸລິວົງ ແດນເຊກອງ ຮອງຫົວໜ້າ ປກສ ກຸ່ມບ້ານໂດນ ກ່າວວ່າ: ໃນການສຶກສາອົບຮົມເປົ້າໝາຍຄັ້ງນີ້ ແມ່ນເປົ້າໝາຍປະເພດ I ເປັນເປົ້າໝາຍມົ້ວສຸມຢາເສບຕິດ, ເຊິ່ງປະຕິບັດຕາມວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສົມທົບກັບການຈັດຕັ້ງບ້ານທັງ 2 ບ້ານ, ໃນການສຶກສາອົບຮົມ ແມ່ນໄດ້ຍົກໃຫ້ເຫັນຜົນຮ້າຍ ແລະໄພອັນຕະລາຍຂອງຢາເສບຕິດ ທີ່ມີຜົນກະທົບຮ້າຍແຮງຕໍ່ຊີວິດ, ຊັບສິນ, ສັງຄົມ ແລະ ເປັນການກະທໍາທີ່ຜິດລະເມີດລະບຽບກົດໝາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈ ແລະຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາທີ່ບໍ່ຖືກຕ້ອງ ແລະໃຫ້ຢຸດເຊົາ, ບໍ່ໄປພົວພັນ ຫຼື ກັບຄືນມາເສບໃໝ່.

ພັຕ ສຸລິວົງ ແດນເຊກອງ ໄດ້ຝາກຮຽກຮ້ອງມາຍັງຜູ້ປົກຄອງ ແລະ ບັນດາເປົ້າໝາຍ ທີ່ຍັງບໍ່ທັນໄດ້ເຂົ້່າຮ່ວມການສຶກສາອົບຮົມ ໃຫ້ມີຄວາມຕື່ນຕົວສະໝັກໃຈ ເຂົ້າມາຮັບຟັງການບັນຍາຍຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ; ເຊິ່ງມີຜົນກະທົບຕໍ່ຜູ້ເສບ ແລະ ບຸກຄົນອ້ອມຂ້າງຢ່າງຊັດເຈນ ເພື່ອເຮັດໃຫ້ເປົ້າໝາຍຢຸດເຊົາ, ບໍ່ກັບໄປພົວພັນກັບສິ່ງເສບຕິດ ແລະກາຍເປັນຄົນດີຂອງສັງຄົມ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...