spot_img
Homeຂ່າວຄວາມສະຫງົບປກສ ກຸ່ມນາຄວາຍ ກັກຕົວຜູ້ຖືກຫາລັກຊັບ 2 ຄົນ

ປກສ ກຸ່ມນາຄວາຍ ກັກຕົວຜູ້ຖືກຫາລັກຊັບ 2 ຄົນ

Published on

ອີງຕາມນັງສືພິມຄວາມສະຫງົບ ລາຍງານໃນວັນທີ 6 ເມສາ 2023 ນີ້ວ່າ: ພັທ ວຽງໄຊ ສົມປະເສີດ ຮອງຫົວໜ້າ ປກສ ກຸ່ມນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 30 ມີນາ 2023, ເຈົ້າໜ້າທີ່ ປກສ ກຸ່ມນາຄວາຍ ໄດ້ສົມທົບກັບ ປກສ ບ້ານນາຄວາຍໃຕ້, ປກສ ບ້ານນາສ້າງໄຜ່ ອອກກວດກາລາດຕະເວນຕາມຂອບເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນ, ຮອດເວລາປະມານ 3:00 ໂມງ ພົບເຫັນຊາຍ 2 ຄົນ, ຂັບຂີ່ລົດຈັກຢັນລົດຈັກອີກ 1 ຄັນ ຮຽງກັນມາ; ເຊີ່ງມີພຶດຕິກໍາສົງໄສເຄື່ອນໄຫວບໍ່ຖືກຕ້ອງ ເພາະລົດຈັກທີ່ຢັນມານັ້ນມີຮອຍງັດແງະ ຈິ່ງໄດ້ຂໍເຂົ້າກວດກາເອກະສານລົດ ແຕ່ພວກກ່ຽວບໍ່ມີ ຈິ່ງໄດ້ກັກ ພ້ອມຂອງກາງລົດຈັກ 1 ຄັນ, ມາສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ກຸ່ມ ນາຄວາຍ ຈິ່ງຮູ້ວ່າ: ຊາຍທັງ 2 ຄື: ທ້າວ ບຸນທະວີ ອາຍຸ 27 ປີ ຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ແລະ ທ້າວ ແສງອາທິດ ອາຍຸ 37 ປີ ຢູ່ບ້ານໂພນທັນ ເມືອງໄຊເສດຖາ ເຊິ່ງທັງ 2 ຄົນໄດ້ໃຫ້ການວ່າ: ໃນວັນທີ 29 ມີນາ 2023 ພາຍຫຼັງເລີກວຽກ ແມ່ນໄດ້ຂັບຂີ່ລົດໄປບ່ອນພັກເຊົາ ຂອງທ້າວບຸນທະວີ ຢູ່ເຂດເສດຖະກິດກວມລວມໄຊເສດຖາເມື່ອຮອດເວລາ 2:00 ໂມງ ຂອງວັນທີ 30 ມີນາ 2023 ຈິ່ງພາກັນຂັບຂີ່ລົດຈັກ ອອກເຄື່ອນໄຫວຊອກຫາລົດ ພາຍໃນບໍລິເວນບ່ອນພັກເຊົາແລ້ວໄດ້ລັກເອົາລົດຈັກເວບຈີນສີຂຽວດໍາບໍ່ມີປ້າຍທະບຽນ ຈາກນັ້ນກໍ່ໄດ້ຂັບຂີ່ລົດຈັກຢັນລົດຈັກທີ່ລັກໄດ້ ເພື່ອຫຼົບໜີ ແຕ່ຖືກເຈົ້າໜ້າທີ່ກັກຕົວກ່ອນ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມນາຄວາຍ ໄດ້ມອບຕົວພວກຖືກຫາທັງ 2 ຄົນ ໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ສືບຕໍ່ດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ ສ່ວນລົດຈັກຂອງກາງແມ່ນ ໄດ້ມອບຄືນໃຫ້ເຈົ້າຂອງຊັບແລ້ວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...