spot_img
Homeຂ່າວຕ່າງປະເທດບໍ່ຖ່ານຫີນ ໃນຈີນຖະຫລົ່ມ ເສຍຊີວິດຢ່າງໜ້ອຍ 4 ຄົນ

ບໍ່ຖ່ານຫີນ ໃນຈີນຖະຫລົ່ມ ເສຍຊີວິດຢ່າງໜ້ອຍ 4 ຄົນ

Published on

ອີງຕາມການລາຍງານຈາກສຳນັກຂ່າວຕ່າງປະເທດ, ໃນວັນ​ທີ 23​ ກຸມພາ ​2023 ຜ່ານມາ,​ ເກີດ​ອຸບັດ​ເຫດ ບໍ່​ຖ່ານ​ຫີນ ຖະຫລົ່ມ ​ເຂດ​ອັລຊາລີ (Alsa League) ​ໃນ​ເຂດ​ປົກຄອງ​ຕົນ​ເອງ ມົງ​ໂກ​ລີ​ໃນ ທາງ​ພາກ​ເໜືອ​ຂອງ ສປ ຈີນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 5ຄົນ,ບາດ​ເຈັບ 6ຄົນ​ ​ແລະ ສູນຫາຍ 48ຄົນ.

ປັດ​ຈຸ​ບັນ ​ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ລະດົມກຳລັງລົງພຶ້ນທີ່ຊ່ວຍເຫຼືອຢ່າງເຕັມທີ່ ໂດຍມີການນຳລົດກູ້ໄພ 51 ຄັນ, ລົດດັບໄຟ 223 ຄົນ ແລະ ໝາກູ້ໄພ 6 ໂຕ ໄດ້ຖືກນຳໄປຊ່ວຍເຫຼືອຄົນງານບໍ່ແຮ່ ຕະຫຼອດຄືນ.

ທັງນີ້, ເຈົ້າໜ້າທີ່ໄດ້ກ່າວວ່າການຖະຫລົ່ມຂອງບໍ່ຖ່ານເກີດຂຶ້ນຄັ້ງທຳອິດ 1 ຄັ້ງໃນຕອນເຊົ້າມືດ ແລະ 1 ຄັ້ງໃນຕອນເຊົ້າ ເຊິ່ງເປັນຜົນມາຈາກດິນເຈື່ອນຕື່ມອີກ ຈຶ່ງເຮັດໃຫ້ການກູ້ໄພຢຸດ ແນວ​ໃດ​ກໍ​ຕາມ, ມີ​ລາຍ​ງານ​ວ່າ​ຈະ​ມີ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ເພີ່ມ​ເຕີມ 200 ຄົນ​.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...