spot_img
Homeຂ່າວຕ່າງປະເທດບໍລິສັດຂອງຫລິ້ນລາຍໃຫຍ່ ປະກາດຈະຢຸດໃຊ້ປາສະຕິກ ແລະ ໃຊ້ວັດສະດຸອື່ນທີ່ເປັນມິດຕໍ່ສິ່ງແວດລ້ອມ!

ບໍລິສັດຂອງຫລິ້ນລາຍໃຫຍ່ ປະກາດຈະຢຸດໃຊ້ປາສະຕິກ ແລະ ໃຊ້ວັດສະດຸອື່ນທີ່ເປັນມິດຕໍ່ສິ່ງແວດລ້ອມ!

Published on

558000007426701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ວ່າ ບໍລິສັດ ເລໂກ້ ກຣຸບ ເຊິ່ງເປັນຜູ້ຜະລິດຂອງຫລິ້ນເດັກນ້ອຍຊື່ດັງຈາກແດນມາກ ໄດ້ປະກາດວ່າ ຈະຢຸດເຊົາໃຊ້ປາສະຕິກເປັນສ່ວນປະກອບສຳຄັນ ໃນການຜະລິດຂອງຫລິ້ນໃນອານາຄົດ ໂດຍໄດ້ກຽມເງິນທຶນສຳລັບການວິໄຈ ແລະ ພັດທະນາວັດສະດຸຊະນິດໃໝ່ ເພື່ອຈະນຳມາໃຊ້ເປັນສ່ວນປະກອບຫລັກແທນ ອັນຈະເຮັດໃຫ້ມີຄວາມເປັນມິດຕໍ່ສິ່ງແວດລ້ອມຫລາຍຂຶ້ນ.

ທັງນີ້ ບໍລິສັດ ເລໂກ້ ໄດ້ຕັ້ງເປົ້າໝາຍໃນການຄົ້ນຫາວັດສະດຸໃໝ່ ໃຫ້ສຳເລັດພາຍໃນປີ 2030 ແລະ ກຽມເປີດສູນວິໄຈ ເພື່ອຄວາມຍືນຍົງໃນປະເທດແດນມາກ ນັບຕັ້ງແຕ່ປີ 2016 ເປັນຕົ້ນໄປ ເພື່ອເປັນສະຖານທີ່ເຮັດວຽກຂອງຜູ້ຊ່ຽວຊານ ຈຳນວນຫລາຍກ່ວາ 100​ ຄົນຈາກທົ່ວໂລກ ທີ່ບໍລິສັດຈະຈົກກະເປົາເງິນຂອງຕົນຈ້າງ ເພື່ອພັດທະນາໂຄງການນີ້ໂດຍສະເພາະ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...