spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 27 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 27 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 14.351 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 247 ຄົນ, ເສຍຊີວິດສະສົມທັງໝົດ 12 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.928 ຄົນ.

ໃນວັນທີ 26 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 3.740  ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່  247 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 103 ຄົນຈາກ ແຂວງ ບໍ່ແກ້ວ 29 ຄົນ, ສະຫວັນນະເຂດ 42 ຄົນ, ນະຄອນຫຼວງ 05 ຄົນ, ຫຼວງພະບາງ 04 ຄົນ ແລະ ຫຼວງນໍ້າທາ 18 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 114 ຄົນ ຈາກ ນະຄອນຫຼວງວຽງຈັນ 16 ຄົນ, ສະຫວັນນະເຂດ 52 ຄົນ, ຄໍາມ່ວນ 14 ຄົນ, ສາລະວັນ 25 ຄົນ, ບໍ່ແກ້ວ 01 ຄົນ ແລະ ຈໍາປາສັກ 36 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

າຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:

1. ນະຄອນຫຼວງ 5 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື:

ເພດຊາຍ, ອາຍຸ 40 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານຄຳຮຸ່ງ, ເມືອງໄຊທານີ

ເພດຊາຍ, ອາຍຸ 26 ປີ, ອາຊີບ: ພະນັກງານ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ ຢູ່ຄິດລົດສາຍໃຕ້, ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ

ເພດຍິງ, ອາຍຸ 40 ປີ, ອາຊີບ: ແມ່ເຮືອນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ເປັນພັນລະຍາຜູ້ຕິດເຊື້ອທີ່ຜ່ານມາ)

ເພດຊາຍ, ອາຍຸ 17 ປີ, ອາຊີບ: ນັກຮຽນ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ (ລູກຜູ້ຕິດເຊື້ອທີ່ຜ່ານມາ)

ເພດຊາຍ, ອາຍຸ 24 ປີ, ອາຊີບ: ພະນັກງານໄອທີ ຢູ່ໂຮງແຮມແລນມາກ, ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ

2. ແຂວງບໍ່ແກ້ວ 29 ຄົນ ໃນນັ້ນ 3 ກໍລະນີ ແມ່ນມາຈາກບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ຕິດຈາກກໍລະນີ ທີ່ຢູ່ບ້ານພິບູນທອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.

13 ກໍລະນີ ແມ່ນ ບ້ານຄຸນບົງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ

8 ກໍລະນີ ແມ່ນ ບ້ານສີເມືອງງາມ, ເມືອງຕົ້ນເຜີ້ງ, ແຂວງ ບໍ່ແກ້ວ

2 ກໍລະນີ ແມ່ນ ບ້ານປ່າສັກ, ເເມືອງຕົ້ນເຜີ້ງ, ແຂວງ ບໍ່ແກ້ວ

3 ກໍລະນີ ແມ່ນ ບ້ານ ກໍ່ສ້າງ, ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ

ທັງໝົດ ແມ່ນ ມີການພົວພັນມາຈາກບ້ານ ສີເມືອງງາມ, ເມືອງຕົ້ນເຜີງ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...