“ບູຮານຄະດີລາວ” ຕອນ ພະເວດສັນດອນ

ຄັ້ງອາ​ດີດ​ຕະການ​ຊ້າ​ນານ​ມາ​ແລ້ວ​ທີ່​ພະນະ​ຄອນ​ເຊ​ດຕຸ​ດອນຣາຊທາ​ນີ ພຣະ​ເວດ​ສັນ​ດອນ​ຂຶ້ນຄອງ ຣາຊຕັ້ງ​ແຕ່​ອາຍຸ​ໄດ້16​ພັນ​ສາ​ ອະພິ​ເສກ​ສົມຣົດກັບ​ພະນາ​ງມັດ​ທີ​ເຈົ້າຍິງ​ແຫ່ງ​​ແຄ້ວ​ນ ມັກຄະມີ​ພະ​ໂອ​ຮົດ​ ແລະ ທິດາ​ຄື​ເຈົ້າຊາຍ​ຊາລີ ​ແລະ​ ເຈົ້າຍິງ​ກັນຫາ​ ພະ​ເວດ​ສັນ​ດອນ​ໃຈ​ບຸນ​ມາກ​ສ້າງ​ໂຮງ​ທານ​ໄວ້​ບໍລິຈາກ​ທານ​ໃຫ້​ແກ່​ຄົນ​ຍາກຈົນ​ເຖິງ 6​ແຫ່ງ​, ຕໍ່​ມາ​ໄດ້​ຊົງ​ທານ​ຊ້າງ​ປັດ​ໃຈນາຄຊຶ່ງ​ເປັນ​ຊ້າງ​ມຸງຄຸນ​ໃຫ້​ແກ້​ແຄ້ວ​ນ ກະລິງ​ຄະລັດ​ທີ​ສົ່ງ​ທູດ​ມາ​ຂໍ ​ເຮັດ​ໃຫ້​ຊາວ​ເມືອງ​ສີ​ພີ​ບໍ່ພໍ​ໃຈ​ເຖິງ​ກັບ​ພາກັນ​ໄປ​ກາບ​ທູນ​ພະ​ເຈົ້າສົນ​ໄຊ​ຜູ້​ເປັນ​ພະ​ບິດາ​ໃຫ້​ເນລະ​ເທດ​ອອກ​ໄປ​ຈາກ​ບ້ານ​ເມືອງ​ ພະ​ບິດາ​ຍອມ​ທຳ​ຕາມ​ມະຕິ​ຂອງ​ມະ​ຫາ​ຊົນ ​ພຣະ​ເວດ​ສັນ​ດອນ​ເອງ​ກໍ​ຍອມຮັບ ​ແຕ່​ກ່ອນ​ຈະ ຈາກ​ໄປ​ນັ້ນ​ໄດ້​ທູນ​ຂໍ​ໂອກາດ​ບໍລິຈາກ​ທານ​ຄັ້ງຍິ່ງ​ໃຫຍ່​ເອີ້ນ​ວ່າ​ສັດຕະ​ຊາດົກ​ມະຫາ​ທານ​ຄື​ໃຫ້​ຂອງ​ຢ່າງ​ລະ700​ເປັນ​ທານ​ຊຶ່ງ​ພະ​ບິດາ​ກໍ​ຊົງ​ອານຸຍາດ ຝ່າຍ​ພະນາ​ງພຸດ​ສະ​ດີ​ຜູ້​ເປັນ​ພະ​ມານ​ດາ​ເສຍ​ພະ​ໄທ​ມາກ​ ເຖິງ​ກັບ​ຮ້ອງ​ໄຫ້​ພະ​ເຈົ້າສົນ​ໄຊ​ສຸດ​ສົງສານ​ພະ ນາ​ງມັດ​ທີ​ ແລະ​ ພະ​ເຈົ້າຫຼານ​ທັງ​ສອງ​ພະ​ອົງ​ຫຼາຍຈິ່ງ​ຕັດ​ສັ່ງ​ໃຫ້​ພະນາ​ງມັດ​ທີ​ ແລະ​ ພະ​ເຈົ້າຫຼານ​ຢູ່​ ແຕ່​ພະນາ​ງມັດ​ທີ​ ບໍ່​ຢູ່​ແຕ່​ຈະຂໍ​ຕາມ​ສະ​ເດັດ​ໄປ​ນຳພະ​ສາມີ​ໄປ​ຢູ່​ປ່າ​ດ້ວຍ ລະຫວ່າງ​ທາງທີ່​ຈະ​ໄປ​ເຂົາ​ວົງ​ກົດຕ້ອງ​ຜ່ານ​ເມືອງ​ເຈດ​ຕະຣາດພະ​ເຈົ້າ​ເຈດ​ຕະຣາດຊົງ​ຖວາ​ຍການ​ຕ້ອນຮັບ ​ແລະ​ ທູນ​ເຊີນ​ໃຫ້​ສະ​ເດັດ​ຄອງ ຣາຊສົມບັດທີ່​ບ້ານ​ເມືອງ​ຂອງ​ພະ​ອົງ ​ແຕ່​ພະ​ເວດ​ສັນ​ດອນ​ຊົງ​ປະຕິ​ເສດ ​ແລະ​ ໃຫ້​ເຫດ​ຜົນ​ເຖິງ​ການ​ອອກ ບວດ​ເປັນ​ຮື​ສີ​ຢູ່ທີ່​ເຂົາ​ວົງ​ກົດພະ​ເຈົ້າ​ເຈດ​ຕະຣາດຈິ່ງ​ຖວາຍ​ຄຳ​ແນະນຳ​ທາງ​ທີ່​ຈະ​ໄປ ​ແລະ​ໃຫ້​ພານ​ເຈດ​ຕະບຸດ​ໄປ​ບົວລະບັດ​ຮັກສາ​ລະ​ຫວ່າງ​ທາງ.

ນະໝູ່ບ້ານ​ທູນ​ນະ​ວິດ​​ແຄວ້ນ​ກະລິງຄະ​ຣັດມີ​ຄອບຄົວ​ຜົວ​ແກ່​ເມຍ​ສາວ​ຢູ່​ຄູ່​ໜຶ່ງ​ຜົວ​ແກ່​ຊື່​ ຊູ​ຊົກ​ ສ່ວນ​ເມຍ​ສາວ​ຊື່ອະມິດ​ຕະຕາ ນາງ​ອະມິດ​ຕະຕາ​ບອກ​ຊູຊົກ​ໃຫ້​ໄປ​ຂໍ​ສອງ​ກຸມມານ​ຄື​ ຊາລີ​ ແລະ ​ກັນຫາ​ ມາ​ເປັນ​ຄົນ​ຮັບ​​ໃຊ້ ຊູ​ຊົກ​ ຈິ່ງ​ອອກ​ເດີນທາງ​ໄປ​ທີ່​ແຄວ້ນ​ສີ​ພີ​ສອບ​ຖາມ​ເລື່ອງ​ລາວ​ຂ​ອງພະ​ເວດ​ສັນ​ດອນ​ເລື້ອຍ​ໄປ ຂະນະ​ເດີນທາງ​ໄປ​ນັ້ນ​ເຖົ້າຊູຊົກ​ໄດ້​ພັບ​ກັບ​ພານ​ເຈດ​ຕະບຸດ​ຈິ່ງອ້າງ​ຕົນ​ເອງ​ວ່າ​ເປັນ​ທູດ​ທີ່​ມາ​ຈາກ​ແຄ້ວ​ນສີ​ພີ​ເພື່ອ​ທູນ​ເຊີນ​ພຣະ​ເວດ​ສັນ​ດອນພະນາ​ງມັດ​ທີ ພະ​ໂອຣົດ​ ແລະ​ ພະ​ທິດາ ກັບ​ໄປ​ຍັງ​ແຄວ້ນ​ສີ​ພີ ຊູຊົກ​ເດີນ​ໄປ​ຕາມ​ທາງ​ທີ່​ນາຍ​ພານ​ເຈດ​ຕະບຸດ​ບອກ​ຈົນ​ໄປ​ເຖິງ​ສາຣາຂອງ​ອັດ​ຈຸຕະຣືສີ ຊູຊົກ​ຖາມ​ເຖິງ​ທາງ​ໄປ​ສາຣາຂອງ​ພະ​ເວດ​ສັນ​ດອນ​ໂດຍ​ຕົວະ​ວ່າ​ມາ​ເພື່ອພົບ​ປະ​ສົນທະນາ​ທັມກັບ​ພະ​ເວດ​ສັນ​ດອນ. ​ເມື່ອ​ຊູຊົກ​ມາ​ຮອດ​ສາຣາຂອງ​ພະ​ເວດ​ສັນ​ດອນ ເວລານັ້ນພະ ນາ​ງມັດ​ທີເຂົ້າປ່າ​ໄປຫາ​ຫມາກ​ໄມ້​ຕ່າງໆ ຊູຊົກ​ຈິ່ງ​ເຂົ້າ​ໄປ​ຂໍພະ​ໂອ​ຣຣົດ​ ແລ​ະ ພະ​ທິດາ ​ເວດ​ສັນ​ດອນ​ຈິ່ງ​ເວົ້າ​ເຫດ​ ແລະ ​ຜົນ​ໃຫ້​ພະ​ໂອຣົດ ແລະ ​ພະ​ທິດາ​ຮູ້​ເລື່ອງ​ເຖິງ​ການ​ບຳ​ເພັນໃຫ້​ທານ​ຄັ້ງຍິ່ງ​ໃຫຍ່​ ແລະ​ ໄດ້​ຕັ້ງລາ ຄາຄ່າ​ໄຖ່ພົນຈາກ​ຄວາມ​ເປັນ​ທາດ​ຄື​ ຕ້ອງ​ມີ​ທາດ​ຮ້ອຍ​ໜຶ່ງ ທາສີ​ຮ້ອຍໜຶ່ງ ຊ້າງ​ຮ້ອຍ ມ້າ​ຮ້ອຍ ງົວອຸ​ສຸພະຣາຊ ຮ້ອຍ ​ແລະ​ ທອງຄຳ​ອີກ​ຮ້ອຍ​ເຫຼັ້ມ ​ເມື່ອ​ຜູ້ໃດ້ນຳ​ຊັບ​ເຫຼົ່າ​ນີ້ມາ​ຖວາຍ​ໄດ້​​ແລ້ວຈະ​ພົ້ນຈາກ​ຄວາມ​ເປັນ​ທາດ​ຈຳ​ໄວ້​ໃຫ້​ດີ.ຈາກນັ້ນ​ພະ​ເວດ​ສັນ​ດອນ​ກໍ​ບໍລິຈາກ​ ພະ​ໂອຣົດ​ ແລະ ​ພະ​ທິດາ​ ໃຫ້​ແກ່​ຊູຊົກ​ໄປ​ເມື່ອ​ພະນາ​ງມັດ​ທີຊົງ​ຊາບ​ກໍ​ເສຍ​ພະ​ໄທ​ມາກ ​ພະ​ເວດ​ສັນ​ດອນ​ຈິ່ງ​ຊີ້​ແຈງ​ເຖິງ​ການ​ບຳ​ເພັນທານ ພະນາ​ງມັດ​ທີ່​ຈິ່ງ​ອານຸ​ໂມທະນາ​ໃນ​ການ​ບໍລິຈາກ​ຄັ້ງນີ້. ການ​ບຳ​ເພັນ​ທານ​ບາ​ຣະມີ​ຂອງ​ພະ​ເວດ​ສັນ​ດອນຍັງ​ບໍ່​ສົມບູນ​ພະ​ອິນ​ຈິ່ງ​ແປງ​ເພດ​ເປັນ​ພານ​ໄປ​ທູນ​ຂໍ​ພະນາ​ງມັດ​ທີກັບ​ພະ​ເວດ​ສັນ​ດອນ ​ເຖິງ​ວ່າ​ພະ​ເວດ​ສັນ​ດອນ​ຈະ​ຮັກ​ນາງ​ມັດ​ທີ​ຫຼາຍ​ແຕ່​ເພື່ອ​ການ​ບຳ​ເພັນ​ບາ​ຣາມີ​ສົມບູນ​ຈິ່ງ​ຍອມ​ສະຫຼະ​ພະນາ​ງມັດ​ທີ​ສ່ວນ​ນາງ​ມັດ​ທີ​ເຂົ້າພະ​ໄທ​ດີ​ຈິ່ງ​ອານຸ​ໂມທະນາ ຝ່າຍ​ພະ​ອິນ​ກໍ​ໄດ້​ຖວາຍ​ນາງ​ມັດ​ທີ​ຄືນ​ແກ່​ພະ​ເວດ​ສັນ​ດອນ​ ແລະ​ ໄດ້​ຖວາຍ​ພອນ​ແກ່​ພະ​ເວດ​ສັນ​ດອນ​ໄດ້​ແກ່ ຫນຶ່ງ​ຂໍ​ໃຫ້​ພະ​ເຈົ້າສົນ​ໄຊ​ມາ​ທູນ​ສະ​ເດັດ​ກັບ​ພະນະ​ຄອນ​ເພື່ອຄອງຣາຊ ສອງ​ຂໍ​ໃຫ້​ຊ່ວຍ​ຊາວ​ເມືອງ​ໃຫ້​ພົ້ນທຸກ ສາມ​ໃຫ້​ຊາວ​ເມືອງ​ຈົ່ງ​ມີ​ຄວາມ​ສຸກ​ທຸກ​ເພ​ດທຸກ​ໄວ ສີ່​ຂໍ​ໃຫ້​ຢ່າ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ສະຕຣີ ຫ້າ​ຂໍ​ໃຫ້​ໄດ້​ພົບ​ພະ​ໂອ​ຣົດ​ ແລະ ​ພະ​ທິດາ​ທີ່​ໄດ້​ພັດ​ ພ​າກຈາກກັນ ຫົກ​ຂໍ​ໃຫ້​ໄດ້​ອາຫານ​ທິບ​ທຸກ​ວັນ​ນັບ​ຕັ້ງ​ແຕ່​ໄດ້​ຄອງຣາຊ ​ເຈັດ​ຂໍ​ໃຫ້ມີ​ຈິດ​ໃຈ​ຜ່ອງ​ໃສ​ໃນ​ການ​ໃຫ້​ທານ ​ແປດ​ເມື່ອ​ຈາກ​ໂລກ​ນີ້ຂໍ​ໃຫ້​ໄປ​ຢູ່​ສະຫວັນ ​ແລະ ​​ເມື່ອ​ເກີດ​ມາ​ເປັນ​ມະນຸດ​ອີກ​ຄັ້ງກໍ​ຂໍ​ໃຫ້​ໄດ້​ຕັດສະຣູ້​ເປັນ​ພະພຸດທະ​ເຈົ້າ ພະ​ເວດ​ສັນ​ດອນ​ນ້ອມ​ຮັບ​ຄຳ​ອວຍພອນ​ດ້ວຍ​ຄວາມ​ຍິນ​ດີ. ຊູຊົກ​ພາ​ພະກັນ​ຫາ​ ແລະ ​ພະ​ຊາລີມາ​ເຖິງ​ທາງ​ແບ່ງ​ສອງ​ທາງ ທາງ​ສາຍ​ໜຶ່ງ​​ແຍກ​ໄປ​ທາງ​ອື່ນ​ສ່ວນ​ອີ​ກທາງ​ສາຍ​ໜຶ່ງ​ໄປ​ເມືອງ​ເຊ​ດຕຸດອນ ຣາຊ ທານີ​ແຕ່​ດວ້ຍບຸນ​ຂອງ​ພະ​ສອງ​ກຸມມານ ຈິ່ງ​ບັນດານ​ໃຫ້​ຊູຊົກ​ຕັດສິນ​ໃຈ​ໄປ​ເມືອງ​ເຊ​ດຕຸ​ດອນ ​ເພື່ອ​ພາ​ສອງ​ກຸມມານ​ເຂົ້າ​ເຝົ້າພະ​ເຈົ້າສົນ​ໄຊ ​ເມື່ອ​ເຫັນ​ຫຼານ​ທັງ​ສອງ​ກໍ​ຈຳ​ໄດ້​ພະນາ​ງບຸດ​ສະ​ດີ​ກໍ​ເຊັ່ນ​ກັນ​ທັງ​ສອງ​ພະ​ອົງ​ດີ​ພະ​ໄທ​ມາກ ຮັບ​ສັ່ງ​ໃຫ້​ສັບ​ສິນ​ ແລະ​ ສິ່ງ​ຂອງ​ສ່ວນ​ພະ​ອົງ​ມາ​ໄຖ່​ເອົາ​ຫຼາ​ນຮັກ​ຂອງ​ຕົນ ​ແລະ​ ໃຫ້ຊັບ​ສິນ​ອື່ນໆ​ເປັນ​ຈຳນວນ​ຫຼວງ​ຫລາຍ​ແລ້ວ​ລ້ຽງ​ອາຫານ​ຊູຊົກ​ຢ່າງ​ເຕັມທີ່ ສ່ວນ​ຊູຊົກ​ໂລບ​ມາກ​ກິນ​ອາຫານ​ຫລາຍ​ຈົນ​ເກີນ​ໄປ​ເຮັດ​ອາຫານ​ຍ່ອຍ​ຍາກ​ແລະ​ທ້ອງ​ກໍ​ແຕກຕາຍ​ໄປ​ໃນ​ທີ່​ສຸດ ພະ​ເຈົ້າສົນ​ໄຊ​ຮັບ​ສັ່ງ​ຂະ​ບວນ​ໃຫ້​ໄປ​ຮັບ​ເອົາ​ພະ​ເວດ​ສັນ​ດອນ​ ແລະ ​ນາງ​ມັດ​ທີ​ຢູ່​ເຂົາ​ວົງກົດ ຂະນະ​ນັ້ນພະ​ເຈົ້າກະລິງຄະຣັດ ກໍ​​ໃຫ້​ພາມ​ນຳ​ຊ້າງ​ປັດ​ໃຈ​ນາຄມາ​ຄືນ ພະ​ເຈົ້າສົນ​ໄຊ​ຈິ່ງ​ນຳ​ຂະ​ບວນດ້ວຍ​ຊ້າງ​ປັດ​ໃຈ​ນາຄ. ​ເມື່ອ​ກະສັດ​ທັງ 6 ​ພະ​ອົງ​ໄດ້​ແກ້ ພະ​ເຈົ້າສົນ​ໄຊ ພະນາ​ງບຸດ​ສະ​ດີ​ ພະ​ເວ​ດສັນ​ດອນ ພະນາ​ງ ມັດ​ທີ ​ພະ​ຊາລີ​ກຸມມານ​ ແລະ​ ພະກັນ​ຫາ​ກຸມມາຣີ​ໄດ້ພົບ​ກັນ​ກໍ​ດີ​ພະ​ໄທ ຮ້ອງ​ໄຫ້​ຈົນ​ສະ​ລົບ​ໄປ​ທຸ​ກ ພະ​ອົງພະ​ອິນ​ຈິ່ງ​ດົນ​ບັນດານ​ໃຫ້​ຝົນຕົກ ​ເຮັດ​ໃຫ້​ກະສັດ​ທັງ​ຫົກ​ຈິ່ງ​ຟື້ນ​ຂຶ້ນມາ ​ເມື່ອ​ສະ​ເດັດ​ກັບ​ພະນະ​ຄອນ ພະ​ເວດ​ສັນ​ດອນ​ຈິ່ງ​ໄດ້​ຂຶ້ນຄອງ​ຣາຊສົມ​ອີກ​ຄັ້ງໜຶ່ງ​ດ້ວຍ​ຄວາມ​ສັນຕິ​ສຸກ ​ເມື່ອ​ພະ​ເວດ​ສັນ​ດອນ​ສະຫວັນ​ນະ​ຄົດ​ໄປ​ສະຫວີ​ຍສຸກ​ຢູບົນ​ສະຫວັນ​ຊັ້ນດຸສິດ​ສະຫວັນ​ນະ​ທີ່​ນັນ​ເປັນ​ເວລາ​ຊ້າງ​ນານ​ຈິ່ງ​ຈຸຕິ​ລົງ​ມາ​ເກີດ​ເປັນ​ເຈົ້າຊາຍສິດ​ທັດ​ທະ​ກຸມມານ ​ແລະ​ໄດ້​ຕັດສະຮູ້​ເປັນ​ພະພຸດທະ​ເຈົ້າຂອງ​ເຮົາ​ໃນ​ກາຣະຕໍ່ມາ.

ຂໍ້ມູນຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ ນາງສາຍວາລິນ ບໍລະວົງ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!